ໄຂກອງປະຊຸມ ສະຫະພັນ ນັກບັນຊີ ອາຊຽນ ຄັ້ງທີ 24

31/10/2025 15:43
Email Print 83
KPL - Asean 2024 ກອງປະຊຸມ ສະຫະພັນ ນັກບັນຊີ ອາຊຽນ ຄັ້ງທີ 24 (AFA 24) ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 30 ຕຸລາ, ຢູ່ສູນກອງປະຊຸມ ແຫ່ງຊາດ (ຮ່າໂນ້ຍ) ດ້ວຍຫົວຂໍ້ “ບັນຊີ ແລະ ການເງິນສີຂຽວ-ການກຳນົດ ທິດອະນາຄົດ ແບບຍືນຍົງ”.

        ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສະຫະພັນ ນັກບັນຊີ ອາຊຽນ ຄັ້ງທີ 24 (AFA 24) ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 30 ຕຸລາ, ຢູ່ສູນກອງປະຊຸມ ແຫ່ງຊາດ (ຮ່າໂນ້ຍ) ດ້ວຍຫົວຂໍ້ ບັນຊີ ແລະ ການເງິນສີຂຽວ-ການກຳນົດ ທິດອະນາຄົດ ແບບຍືນຍົງ”. ກອງປະຊຸມ ໄດ້ເຕົ້າໂຮມ ບັນດານັກຊ່ຽວຊານ, ການນຳ, ວິສາຫະກິດ ໃນຂົງເຂດບັນຊີ, ກວດສອບບັນຊີ ແລະ ການເງິນແຖວໜ້າ ຢູ່ພາກພື້ນ ແລະ ສາກົນ. ພາຍຫລັງ ພິທີມອບ-ຮັບຕຳແໜ່ງ ປະທານ ສະຫະພັນ ນັກບັນຊີ ອາຊຽນ ຄັ້ງທີ 24 ຈາກ ສສ ຫວຽດນາມ (ອາຍຸການ 2024–2025) ໃຫ້ແກ່ ອິນໂດ ເນເຊຍ(ອາຍຸການ 2026–2027), ກອງປະຊຸມ ກໍ່ໄດ້ຈັດຂຶ້ນ ຢ່າງເປັນທາງການ, ດ້ວຍວາລະປຶກສາຫາລື 3 ວາງລະ, ສຸມໃສ່ບັນດາເນື້ອໃນມີລັກສະນະ ຍຸດທະສາດຄື: ບັນຊີ ແລະ ບົດລາຍ ງານແບບ ຍືນຍົງ-ພື້ນ ຖານ ໃຫ້ແກ່ ການເງິນສີຂຽວ; ຮູບແບບ ແລະ ສະພາບຕົວຈິງ ການເງິນສີຂຽວ; ການບຳລຸງສ້າງ, ເຕັກໂນໂລຊີ ແລະ ອະນາຄົດ ແບບຍືນຍົງ./.

 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL