ສະພາສູງ ສະຫະລັດ ອາເມລິກາ ຜ່ານມະຕິຕົກລົງ ກ່ຽວກັບ ການຍຸດຕິນະໂຍບາຍພາສີຮອບດ້ານ
 
                                            
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 30 ຕຸລານີ້, ສະພາສູງ ສະຫະລັດ ອາເມລິກາ ໄດ້ຜ່ານຮັບຮອງ ມະຕິຕົກລົງ ດ້ວຍຄະແນນສຽງ ເຫັນດີ 51 ສຽງ ແລະ ຄັດຄ້ານ 47 ສຽງ, ເຮັດໃຫ້ ນະໂຍບາຍ ພາສີ ຮອບດ້ານທີ່ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ປະຕິບັດ ຢູ່ໃນທົ່ວໂລກ ຍຸດຕິລົງ ພາຍຫລັງ ໄດ້ອະນຸມັດ ມະຕິຕົກລົງຮ່ວມ ກ່ຽວກັບການຍຸດຕິ ພາວະສຸກເສີນ ແຫ່ງຊາດ ທີ່ປະທານາທິບໍດີ ປະກາດ ເພື່ອປະຕິບັດ ນະໂຍບາຍພາສີ ທົ່ວໂລກ. ຕົ້ນອາທິດນີ້, ສະພາສູງ ໄດ້ຜ່ານຮັບຮອງ ມະຕິຕົກລົງສອງສະບັບ ທີ່ສຸມໃສ່ ການຍົກເລີກ ການເກັບພາສີ ຕໍ່ການາດາແລະ ບຣາຊິນ. ຕໍ່ມາ, ມະຕິຕົກລົງເຫລົ່ານີ້ ຍັງຕ້ອງຜ່ານ ການລົງຄະແນນສຽງ ຂອງສະພາຕ່ຳ. ແຕ່ວ່າ ກ່ອນໜ້ານີ້, ສະມາຊິກສະພາຕ່ຳ ທີ່ສັງກັດ ພັກສາທາລະນະລັດ ຫລື ພັກລີພັບປຣີກັນ ໄດ້ຂັດຂວາງ ການ ເຄື່ອນໄຫວ ທາງນິຕິບັນຍັດ ເພື່ອຍົກເລີກ ນະໂຍບາຍພາສີ ທົ່ວໂລກ ຫລາຍເທື່ອ. ຄາດວ່າ: ມະຕິຕົກລົງ ເຫລົ່ານີ້ ຍາກທີ່ຈະໄດ້ຮັບ ການລົງຄະແນນສຽງ ຈາກສະພາຕ່ຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
