ເຟດ ປະກາດການຫລຸດດອກເບ້ຍ ເທື່ອທີ 2 ໃນປີ 2025

31/10/2025 15:53
Email Print 83
KPL - Asean 2024 ທະນາຄານກາງ ສະຫະລັດ ອາເມລິກາ (Fed) ໄດ້ແຈ້ງຫລຸດດອກເບ້ຍ ຕື່ມອີກ 0,25% ເປັນເທື່ອທີ 2 ຕິດຕໍ່ກັນໃນປີ 2025, ເພື່ອແນໃສ່ ຮັບມືກັບ ບັນດາຄວາມສ່ຽງ ເພີ່ມຂຶ້ນ ຢູ່ຕະຫລາດແຮງງານ, ໃນສະພາບ ພາຍໃນ ຂອງອົງການນີ້ ມີການກຳນົດທິດ ນະໂຍບາຍ ທີ່ນັບມື້ນັບແບ່ງແຍກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 29 ຕຸລານີ້, ທະນາຄານກາງ ສະຫະລັດ ອາເມລິກາ (Fed) ໄດ້ແຈ້ງຫລຸດດອກເບ້ຍ ຕື່ມອີກ 0,25% ເປັນເທື່ອທີ 2 ຕິດຕໍ່ກັນໃນປີ 2025, ເພື່ອແນໃສ່ ຮັບມືກັບ ບັນດາຄວາມສ່ຽງ ເພີ່ມຂຶ້ນ ຢູ່ຕະຫລາດແຮງງານ, ໃນສະພາບ ພາຍໃນ ຂອງອົງການນີ້ ມີການກຳນົດທິດ ນະໂຍບາຍ ທີ່ນັບມື້ນັບແບ່ງແຍກ. ຕາມຖະແຫລງການຂອງ Fed, ບັນດາ ນັກວາງແຜນ ກຳນົດນະໂຍບາຍ ໄດ້ປ່ອນບັດດ້ວຍ ອັດຕາບັດເຫັນດີ 10 ບັດ-ບັດຄ້ານ 2 ບັດ ເພື່ອຫລຸດຜ່ອນ ດອກເບ້ຍໃຫ້ກູ້ຢືມຫລັກແຫລ່ງລົງ ລະດັບ 3,75%-4,00%. ຂໍ້ຕົກລົງດັ່ງກ່າວ ຊ່ວຍຊຸກຍູ້ ເສດຖະກິດ ສະຫະລັດ ອາເມລິກາ ໃນສະພາບທີ່ວົງການ ວິສາຫະກິດ ຖືກຜົນສະທ້ອນ ຈາກບັນດາ ອັດຕາພາສີ ສົມທົບ ໂດຍທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຈັດວາງໃນ ວົງກວ້າງ, ພ້ອມກັນນັ້ນ ກໍ່ເພີ່ມເວລາ ໃຫ້ແກ່ບັນດານັກວາງແຜນກຳນົດນະໂຍບາຍ ເມື່ອລັດຖະບານ ສະຫະລັດ ອາເມລິກາ ຍັງຢຸດຕິ ການເຄື່ອນໄຫວ ຊົ່ວຄາວ./.

 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL