ກອງປະຊຸມຜູ້ນຳເສດຖະກິດ ເອເປັກ ຄັ້ງທີ 32

31/10/2025 15:34
Email Print 83
KPL - Asean 2024 ກອງປະຊຸມ ໄລຍະທຳອິດ ຂອງກອງປະຊຸມຜູ້ນຳ ເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 32 ໄດ້ຈັດຂຶ້ນ ຢູ່ສູນປະຊຸມສາກົນ ຈອງຈູ ປະເທດ ສ ເກົາຫລີ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 31 ຕຸລານີ້, ກອງປະຊຸມ ໄລຍະທຳອິດ ຂອງກອງປະຊຸມຜູ້ນຳ ເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ຄັ້ງທີ 32 ໄດ້ຈັດຂຶ້ນ ຢູ່ສູນປະຊຸມສາກົນ ຈອງຈູ ປະເທດ ສ ເກົາຫລີ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຂຶ້ນກ່າວຄຳປາໄສວ່າ: ຕະ​ຫລອດ​ໄລ​ຍະ 30 ກວ່າ​ປີ​ ນັບ​ແຕ່​​ສ້າງ​ຕັ້ງຂຶ້ນ​ມາ​ນີ້, ເອເປັກ(APEC) ໄດ້​ນຳ​ພາ​ອາ​ຊີ-​ປາ​ຊີ​ຟິກ ​ກ້າວ​ຂຶ້ນ​ຢູ່ ​ແຖວ​ໜ້າ​ ແຫ່ງ​ການ​​ເປີດ​ກວ້າງ ​ແລະ ພັດ​ທະ​ນາ ໃນ​ທົ່ວ​ໂລກ, ປະ​ກອບ​ສ່ວນ​ ເຂົ້າ​ໃນ​ການ​ເຮັດ​ໃຫ້​ ອາ​ຊີ​-ປາ​ຊີ​ຟິກ ກາຍ​ເປັນ​ພາກ​ພື້ນ ​ທີ່​ເສດ​ຖະ​ກິດ​ ພັດ​ທະ​ນາ ​ຢ່າງ​ມີ​ຊີ​ວິດ​ ຊີ​ວາ​ທີ່​ສຸດ ຢູ່​ໃນ​ໂລກ. ດັ່ງນັ້ນ ​ຄວນ​ຍຶດ​ໝັ້ນ ​ຈຸດ​ປະ​ສົງ ​ແຕ່​ຫົວ​ທີ​ຂອງ APEC ແລະ ​ສ້າງ​ປະ​ຊາ​ຄົມ ​ອາ​ຊີ-​ປາ​ຊີ​ຟິກ ເພື່ອ​ບັນ​ລຸ​ ເປົ້າ​ໝາຍ​ດັ່ງ​ກ່າວ  ຈຶ່ງ​ມີ​ຂໍ້​ສະ​ເໜີ 5 ຂໍ້​ດັ່ງ​ນີ້: ໜຶ່ງ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ ​ລະ​ບົບ​ການ​ຄ້າ​ຫລາຍ​ຝ່າຍ. ສອງ, ຮ່ວມ​ກັນ​ສ້າງ​ ສະ​ພາ​ບ​ແວດ​ລ້ອມ ​ດ້ານ​ເສດ​ຖະ​ກິດ ​ພາກ​ພື້ນ ​ແບບ​ເປີດກວ້າງ. ສາມ, ຮ່ວມ​ກັນ​ ປົກ​ປັກ​ຮັກ​ສາ​ຕ່ອງ​ໂສ້​ ອຸ​ດ​ສາ​ຫະ​ກຳ ​ແລະ​ ຕ່ອງ​ໂສ້​ການ​ສະ​ໜອງ ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ​ ແລະ​ ຄວາມ​ໂລ່ງ​ລ່ຽນ​. ສີ່, ຮ່ວມ​ກັນ​ຊຸກ​ຍູ້​ ການ​ຄ້າ ​ໃຫ້​ຫັນ ​ເປັນ​ແບບ​ດີ​ຈີ​ຕອນ​ ຕາມ​ທິດ​ສີ​ຂຽວ. ຫ້າ, ຮ່ວມ​ກັນ​ສົ່ງ​ເສີມ​ ການ​ພັດ​ທະ​ນາ​ແບບ​ ໃຫ້ຜົນ​ປະ​ໂຫຍດ​​ຢ່າງ​ທົ່ວ​ເຖິງ ​ແລະ​ ກວມ​ລວມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL