ເຊີດຊູບົດບາດຄວາມເປັນເຈົ້າການວຽກງານການທູດເພື່ອຮັບໃຊ້ເສດຖະກິດຂອງຊາດ ໃນໄລຍະໃໝ່

(ເນ່ືອງໃນໂອກາດວັນການທູດລາວຄົບຮອບ 80 ປີ 12 ຕຸລາ 1945-12 ຕຸລາ 2025)
ຂປລ. ທ່າມກາງກະແສໂລກາພິວັດ, ການເຊື່ອມໂຍງເຊື່ອມຈອດ ແລະ ການປະຕິວັດອຸດສາຫະກໍາຍຸກ 4.0 ທີ່ເລີ່ມມາແຕ່ທ້າຍສັດຕະວັດທີ 20 ແລະ ນໍາມາສູ່ການປ່ຽນແປງແບບກ້າວກະໂດດໃນຊ່ວງຕົ້ນຂອງສັດຕະວັດທີ 21 ມັນໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຫລາຍປະເທດໃນໂລກລວມໄປເຖິງ ສປປ ລາວ ໃນຖານະປະເທດທີ່ມີພື້ນຖານການຜະລິດກະສິກໍາເປັນສ່ວນໃຫຍ່, ທັງເປັນປະເທດທີ່ມີລາຍຮັບຕໍ່າ ແລະ ກໍາລັງຈະຫັນປ່ຽນຕົນເອງໄປສູ່ການເປັນປະເທດທີ່ມີລາຍຮັບປານກາງ ຢູ່ບໍ່ນ້ອຍ.
ຈາກສະພາບດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ ເພື່ອປັບປຸງນະໂຍບາຍ ແລະ ສ້າງສະພາບແວດລ້ອມພາຍໃນຢ່າງຮອບດ້ານ ເພື່ອກຽມຮັບມືກັບກະແສແຫ່ງການປ່ຽນແປງດັ່ງກ່າວຢ່າງຕັ້ງໜ້າ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ໃນປີ 1975 ເປັນຕົ້ນມາ, ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໄດ້ເປັນເຈົ້າການຢ່າງບໍ່ຮູ້ອິດຮູ້ເມື່ອຍໃນການຄົ້ນຄວ້າ ແນວຄິດທິດສະດີ ເປີດກວ້າງການຮ່ວມມືສາກົນໄປສູ່ຫລາຍທິດຫລາຍຝ່າຍ ເພື່ອໝູນໃຊ້ກໍາລັງແຮງພາຍນອກປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຈົນມາຮອດກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ 4 ໃນປີ 1986 ຈຶ່ງໄດ້ມີມະຕິກ່ຽວກັບແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການ. ໜຶ່ງໃນນັ້ນ, ກໍ່ແມ່ນການເປີດກວ້າງການພົວພັນຮ່ວມມືສາກົນແບບຫລາຍທິດຫລາຍຝ່າຍ ບົນພື້ນຖານສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືຕ່າງຝ່າຍຕ່າງມີຜົນ. ໃນເວລານັ້ນ, ສປປ ລາວ ຍັງຢູ່ໃນໄລຍະຊ່ວງຮໍາບາດແຜສົງຄາມ ແລະ ດໍາເນີນ ສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກະຊວງການຕ່າງປະເທດ ໃນຖານະເປັນປ້ອມດ່ານໜ້າ ແລະ ເສນາທິການໃນດ້ານວຽກງານການຕ່າງປະເທດ ໄດ້ເຮັດໜ້າທີ່ເຄື່ອນໄຫວວຽກງານການທູດຂອງຕົນຢ່າງຕັ້ງໜ້າ ເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ວຽກງານການທູດເສດຖະກິດ ຖືເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ກໍາລັງກໍ່ຮ່າງສ້າງຕົວຂຶ້ນທ່າມກາງປະເທດຊາດໄດ້ຮັບການປົດປ່ອຍ ຊຶ່ງໜ້າທີ່ສະເພາະຂອງການທູດເສດຖະກິດໃນເວລານັ້ນກໍ່ຄືເຄື່ອນໄຫວຍາດແຍ່ງເອົາການຊ່ວຍເຫລືອເພື່ອການພັດທະນາປະເທດຊາດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ໃນຊ່ວງຊຸມປີ 80 ການພົວພັນການທູດເສດຖະກິດໂດຍສ່ວນໃຫຍ່ແມ່ນແນໃສ່ບັນດາປະເທດວົງຄະນະຍາດສັງຄົມນິຍົມ ແລະ ໃນຂອບຂອງອົງການສະຫະປະຊາຊາດ. ຕໍ່ມາໃນຊຸມປີ 90 ແມ່ນໄດ້ສຸມໃສ່ການເຊື່ອມໂຍງເສດຖະກິດພາກພື້ນຕິດພັນກັບນະໂຍບາຍ ຫັນປ່ຽນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ຊຶ່ງໃນໄລຍະນີ້ເອງທີ່ ສປປ ລາວ ໄດ້ສະໝັກເຂົ້າເປັນສະມາຊິກປະຊາຄົມອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ແລະ ໄດ້ຖືກຮັບເຂົ້າເປັນສະມາຊິກໃນປີ 1997 ຊຶ່ງຖືເປັນໜຶ່ງໃນອົງການຈັດຕັ້ງສາກົນພາກພື້ນ ທີ່ມີບົດບາດສໍາຄັນໃນເວລານີ້.
ໃນສະພາບທີ່ ສປປ ລາວ ກໍາລັງກ້າວເຂົ້າສູ່ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ດໍາເນີນນະໂຍບາຍຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນນັ້ນ, ການເຄື່ອນໄຫວວຽກງານການທູດເສດຖະກິດ ກໍຍິ່ງກ້າວເຂົ້າມາມີບົດບາດສໍາຄັນໃນການເຮັດໜ້າທີ່ໂຄສະນາ ດຶງດູດດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອໃຫ້ພາຍໃນພວກເຮົາສາມາດຍາດແຍ່ງເອົາຄວາມຮູ້, ເຕັກນິກ-ວິທະຍາສາດ ແລະ ວິຊາການ ເຂົ້າມາຊ່ວຍໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ ເພື່ອສ້າງປະຖົມປັດໃຈໃຫ້ແກ່ໂຄງສ້າງທາງເສດຖະກິດໃນການກ້າວເຂົ້າສູ່ລະບົບເສດຖະກິດຕະຫລາດ ກໍຄືການສ້າງຄວາມອາດສາມາດໃນການແຂ່ງຂັນກັບສາກົນ.
ໃນໄລຍະຕົ້ນສັດຕະວັດທີ 21 ເຫັນວ່າ ຫລາຍປະເທດໃນໂລກໄດ້ໃຫ້ຄວາມສໍາຄັນກ່ຽວກັບຕ່ອງໂສ້ການຜະລິດກໍຄືການເພິ່ງພາອາໄສຊັບພະຍາກອນລະຫວ່າງປະເທດ ແລະ ຍິ່ງເຮັດໃຫ້ການພົວພັນເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ນັບມື້ນັບກວ້າງຂວາງ ຊຶ່ງຢູ່ໃນກອງປະຊຸມໃຫຍ່ ຂອງພັກຄັ້ງທີ 9 ກໍໄດ້ຕີລາຄາຄືນ 25 ປີແຫ່ງການປ່ຽນແປງໃໝ່ ແລະ ເຫັນວ່າ ການເປີດກວ້າງການຮ່ວມມືແບບຫລາຍທິດຫລາຍຝ່າຍ ບົນພື້ນຖານ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ເວົ້າລວມ, ເວົ້າສະເພາະກໍຄືການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ຖືເປັນຄວາມຈໍາເປັນພາວະວິໄສ. ສະນັ້ນ, ເພື່ອສືບຕໍ່ການຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍດັ່ງກ່າວ ກົມການເມືອງສູນກາງພັກ ຈຶ່ງໄດ້ມີມະຕິຕົກລົງ ສະບັບເລກທີ 04/ກມສພ, ລົງວັນທີ 15 ກຸມພາ 2012, ວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ ໂດຍຖືສໍາຄັນກ່ຽວກັບການເຈລະຈາເຂົ້າເປັນສະມາຊິກຂອງອົງການ ການຄ້າໂລກ ທີ່ ສປປ ລາວ ໄດ້ເຂົ້າເປັນປະເທດສັງເກດການແຕ່ປີ 1998 ແລະ ຕັ້ງໜ້າຜັນຂະຫຍາຍແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ເປັນບຸລິມະສິດ. ໃນໄລຍະນີ້ເຫັນວ່າ, ພັກ ແລະ ລັດຖະບານ ຍິ່ງຖືສໍາຄັນກ່ຽວກັບວຽກງານການເຊື່ອມໂຍງທາງເສດຖະກິດສາກົນ ຕິດພັນກັບການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອສ້າງປະຖົມປັດໄຈໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງທາງເສດຖະກິດ. ກະຊວງການຕ່າງປະເທດ, ໃນນາມເປັນຈຸດໃຈກາງປະສານງານດ້ານວຽກງານການຕ່າງປະເທດ ມີຄວາມຈໍາເປັນຕ້ອງໄດ້ຕັ້ງໜ້າສຸມໃສ່ເຮັດໜ້າທີ່ໃນການສ້າງສະພາບແວດລ້ອມໃນຂອດປະສານງານກັບພາກສ່ວນຕ່າງໆໃຫ້ມີຄວາມກົມກຽວ ເພື່ອແນໃສ່ຫັນເອົາວຽກງານການທູດຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ ໂດຍສະເພາະວຽກງານໂຄສະນາຂົນຂວາຍດຶງດູດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ທັງເປັນເສນາທິການເກັບກໍາ ແລະ ສະໜອງຂໍ້ມູນ ໃນດ້ານຕ່າງໆທີ່ຈໍາເປັນໃຫ້ແກ່ພາກສ່ວນຕ່າງໆຂອງສປປ ລາວ.
ໃນປີ 2015, ຖືເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສປປ ລາວ, ພວກເຮົາ ໄດ້ຖືກຮັບເຂົ້າເປັນສະມາຊິກຂອງອົງການການຄ້າໂລກ, ທັງເປັນປີແຫ່ງການເລີ່ມຕົ້ນໃນການເປີດປະຊາຄົມເສດຖະກິດອາຊຽນ, ເປັນປີທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີກໍ່ຕັ້ງ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ສະເໜີໂດຍປະທານ ສີຈິ້ງ ຜິງ ຂອງ ສປ ຈີນ,ຖືເປັນປີເລີ່ມຕົ້ນແຫ່ງການເຊື່ອມໂຍ ນະໂຍບາຍຫັນປ່ຽນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນເຂົ້າກັບ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ເປັນຈຸດລິເລີ່ມແຫ່ງການຕົກລົງຮ່ວມມືການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຄັ້ງປະຫວັດສາດ ຊຶ່ງໄດ້ກາຍເປັນຂໍກຸນແຈສໍາຄັນໃນການເຊື່ອມຈອດດ້ານການຄົມມະນາຄົມຂົນສົ່ງພາກພື້ນດິນລະຫວ່າງ ລາວ-ຈີນ ເພື່ອອໍານວຍຄວາມສະດວກໃນແກ່ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄືການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ນັບມື້ນັບຫລາຍຂຶ້ນ.
ຈາກຜົນສໍາເລັດດັ່ງກ່າວ ຍິ່ງເນັ້ນຢໍ້າໃຫ້ພວກເຮົາເຫັນໄດ້ຢ່າງຈະແຈ້ງວ່າ ບົດບາດວຽກງານການທູດເສດຖະກິດໃນສະພາບແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ ແມ່ນຄວາມຈໍາເປັນພາວະວິໄສ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ພວກເຮົາກໍ່ໄດ້ສືບຕໍ່ຍາດແຍ່ງເອົາການຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບມື້ນັບຫລາຍຂຶ້ນ ໂດຍໄດ້ເຂົ້າຮ່ວມຂອບການຮ່ວມມືອານຸພາກພື້ນແມ່ນໍ້າຂອງກັບຄູ່ຮ່ວມພັດທະນາທີ່ກໍຕັ້ງຂຶ້ນໃໝ່ເຊັ່ນ: ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊຶ່ງກ່ອນໜ້ານີ້ກໍ່ໄດ້ມີການເຂົ້າຮ່ວມເປັນສະມາຊິກຂອງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ຂອບການຮ່ວມມືແມ່ນໍ້າຂອງ-ສເກົາຫລີ, ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ແລະ ຂອບການຮ່ວມມືບັນດາປະເທດລຸ່ມແມ່ນໍ້າຂອງ ເປັນຕົ້ນ.
ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ X ໄດ້ກໍານົດແຈ້ງວ່າ ຮອດປີ 2020 ຈະເປັນເຈົ້າການເປີດກວ້າງການຮ່ວມມືກັບສາກົນ ແລະ ເສີມຂະຫຍາຍບົດບາດການເປັນປະເທດຄູ່ຮ່ວມມື; ຮອດປີ 2025 ຈະເພີ່ມທະວີຄວາມສາມາດແຂ່ງຂັນໃນຂະບວນການເຊື່ອມໂຍງພາກພື້ນ ແລະ ສາກົນ ແລະ ຮອດປີ 2030 ຈະຕ້ອງເຊື່ອມໂຍງ ແລະ ຕິດຈອດຢ່າງກວ້າງຂວາງກັບສາກົນ ແລະ ມີຄວາມອາດສາມາດແຂ່ງຂັນຫລາຍຂຶ້ນ. ເພື່ອຈັດຕັ້ງຜັນຂະຫຍາຍທິດນໍາດັ່ງກ່າວ, ກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 14 ໃນປີ 2019 ກໍໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນ ແລະ ຈໍາເປັນກ່ຽວກັບການເຄື່ອນໄຫວວຽກງານການທູດເສດຖະກິດໃນໄລຍະໃໝ່ ໂດຍໄດ້ເລັ່ງທວງໃຫ້ມີນິຕິກໍາແລະ ແຜນຍຸດທະສາດວຽກງານການທູດເສດຖະກິດສະເພາະໜ້າ ແລະ ຍາວນານ ຊຶ່ງໄດ້ລະບຸແຈ້ງຢູ່ໃນແຜນພັດທະນາຂະແໜງການຕ່າງປະເທດແຕ່ປີ 2020-2025 ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດໃຫ້ເປັນຮູບປະທໍາ ແລະ ມີກົນໄກປະສານງານຢ່າງເປັນລະບົບ.
ເຖິງແມ່ນວ່າໄລຍະດັ່ງກ່າວສະພາບການສາກົນຈະເຕັມໄປດ້ວຍຄວາມລະອິດລະອ້ຽວຈາກສົງຄາມຮ້ອນຢູ່ບາງພາກພື້ນ, ເກີດສົງຄາມການຄ້າລະຫວ່າງປະເທດມະຫາອໍານາດ, ໄພພິບັດທາງທໍາມະຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ກະຊວງການຕ່າງປະເທດ ກໍໄດ້ຕັ້ງໜ້າສຸມທຸກຄວາມພະຍາຍາມເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການທູດເສດຖະກິດໄປສູ່ບາດກ້າວໃໝ່ ໂດຍໄດ້ເຄື່ອນໄຫວແລກປ່ຽນບົດຮຽນກັບ ສສ ຫວຽດນາມ ແລະ ເວທີຫລາຍຝ່າຍໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຈັດໃຫ້ມີກອງປະຊຸມພາຍໃນລະດົມຄວາມຄິດຫລາຍຄັ້ງ ເພື່ອສ້າງນິຕິກໍາ, ກົງຈັກການຈັດຕັ້ງ ແລະ ຂອດປະສານງານລະຫວ່າງ ກະຊວງການຕ່າງປະເທດກັບຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຈົນມາເຖິງປີ 2023 ຈຶ່ງມີດໍາລັດ ວ່າດ້ວຍການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ເພື່ອພັດທະນາເສດຖະກິດຂອງຊາດ ສະບັບເລກທີ 274/ລບ, ລົງວັນທີ 1 ກັນຍາ 2023 ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ໄດ້ສ້າງຕັ້ງຄະນະຊີ້ນໍາລວມເພື່ອຈັດຕັ້ງປະຕິບັດວຽກງານການທູດເສດຖະກິດ ໂດຍມີທ່ານຮອງນາຍົກລັດຖະມົນຕີ ເປັນປະທານ ລວມໄປເຖິງຄະນະຊ່ວຍວຽກ ແລະ ກອງເລຂາປະສານງານ (ໂດຍແມ່ນກະຊວງການຕ່າງປະເທດເປັນຈຸດໃຈກາງ) ໃນປີ 2024.
ສະນັ້ນ, ເພື່ອສືບຕໍ່ຫັນເອົາວຽກງານການທູດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ກ້າວເຂົ້າສູ່ລວງເລິກ ຢູ່ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ທີ່ຫາກໍ່ສໍາເລັດໄປໃນວັນທີ 10 ກັນຍາ 2025 ກໍຍັງໄດ້ “ສືບຕໍ່ແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການຮ່ວມມືສາກົນ ດ້ວຍຫລາຍຮູບ ແລະ ຫລາຍລະດັບ; ຍົກສູງຂີດຄວາມອາດສາມາດໃນການເປັນເສນາທິການ, ສືບຕໍ່ການປະສານກົມກຽວການທູດການເມືອງ, ການທູດເສດຖະກິດ ແລະ ການທູດປະຊາຊົນ”, ພາຍໃຕ້ຄໍາຂວັນທີ່ວ່າ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ” ແລະ ຢູ່ໃນແຜນພັດທະນາກະຊວງການຕ່າງປະເທດ 5 ປີ (2026-2030) ສະບັບທີ 2, ກໍໄດ້ກໍານົດແຈ້ງຢູ່ໃນແຜນງານທີ 2, ໂຄງການທີ 7 ວ່າດ້ວຍການສືບຕໍ່ປະຕິບັດວຽກງານການທູດເສດຖະກິດໄລຍະ 2 ໃຫ້ປະກົດຜົນເປັນຈິງ.
ຕະຫລອດໄລຍະເກືອບ 4 ທົດສະວັດ ແຫ່ງການປ່ຽນແປງໃໝ່ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ຂອງ ສປປ ລາວ ເຫັນໄດ້ວ່າ ວຽກງານການທູດ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນແຕ່ລະໄລຍະ, ອັນພົ້ນເດັ່ນກໍ່ແມ່ນການຫັນເອົານະໂຍບາຍຫັນປ່ຽນປະເທດທີ່ບໍ່ຊາຍແດນຕິດຈອດກັບທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ໂດຍໄດ້ມີການເຊື່ອມຈອດລະຫວ່າງ ສປ ຈີນ ແລະ ສປປ ລາວ ດ້ວຍເສັ້ນທາງລົດໄຟລາວ-ຈີນ ເຊື່ອມຕໍ່ໄປຍັງ ປະເທດເພື່ອນບ້ານ ຣາຊະອານາຈັກໄທ ແລະ ເຊື່ອມຕໍ່ໄປຍັງ ມາເລເຊຍ ສູ່ ສິງກະໂປ ຕາມແຜນການເຊື່ອມໂຍງຂອງອາຊຽນ ແລະ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ. ນອກຈາກນັ້ນ, ກໍຍັງໄດ້ມີການສ້າງຂົວມິດຕະພາບລາວ-ໄທ ລວມທັງໝົດມາຮອດປັດຈຸບັນໄດ້ 6 ແຫ່ງ ແຕ່ເໜືອຕະຫລອດໃຕ້ ແລະ ການເຊື່ອມໂຍງທາງອາກາດ ນັບມື້ນັບກວ້າງຂວາງ ອັນນໍາໄປສູ່ການໄປມາຫາສູ່ລະຫວ່າງປະຊາຊົນໃນພາກພື້ນນັບມື້ນັບຫລາຍຂຶ້ນ ຊຶ່ງຖືເປັນໜຶ່ງໃນປະຖົມປັດໄຈພື້ນຖານໃນການເຊື່ອມໂຍງ ເພື່ອນໍາໄປສູ່ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດຕະຫລາດຢູ່ໃນ ສປປ ລາວ. ຢ່າງໃດກໍຕາມ, ການເຄື່ອນໄຫວວຽກງານການທູດເສດຖະກິດໃນໄລຍະຜ່ານມາອາດຈະບໍ່ເປັນທີ່ຄຸ້ນເຄີຍ, ບໍ່ຄ່ອຍເປັນທີ່ຮູ້ຈັກ ແລະ ຫລາຍຄົນຍັງຄິດວ່າເປັນເລື່ອງໃໝ່ສໍາລັບປະເທດເຮົາ ແຕ່ໃນພາກປະຕິບັດຕົວຈິງແມ່ນໄດ້ມີການດໍາເນີນການເຄື່ອນໄຫວມາຕະຫລອດດ້ວຍຫລາຍຮູບຫລາຍສີ, ຫລາຍລະດັບຈາກລະດັບວິຊາການໄປຈົນເຖິງການນໍາຂັ້ນສູງ ແລະ ຈາກການຮ່ວມມືຂອງພາກເອກະຊົນລາວ ກັບ ຕ່າງປະເທດ.
ຈາກໝາກຜົນທີ່ຍາດມາໄດ້ ກໍເຫັນວ່າການເຄື່ອນໄຫວວຽກງານການທູດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖກິດ-ສັງຄົມ ກໍຍັງມີບັນຫາທ້າທາຍ ແລະ ຂໍ້ຈໍາກັດບາງດ້ານ ທີ່ພວກເຮົາຈະຕ້ອງໄດ້ເດັດດ່ຽວປັບປຸງແກ້ໄຂພາຍໃຕ້ຈິນຕະນາການໃໝ່ ເປັນຕົ້ນ:
ການຫັນປ່ຽນໄປສູ່ຈິນຕະການໃໝ່ຂອງພະນັກງານ-ບຸກຄະລາກອນ ຍັງບໍ່ທັນເລິກເຊິ່ງເຖິງຖອງ, ພະ ນັກງານບາງຈໍານວນ ຍັງມີຄວາມລັ່ງເລ, ຂາດຄວາມເປັນເຈົ້າການນໍາໜ້າ; ການເຄື່ອນໄຫວວຽກງານການທູດເສດຖະກິດ ຂອງບັນດາຂະແໜງການຍັງມີລັກສະນະກະແຈກກະຈາຍ ແລະ ບໍ່ທັນເປັນເອກະພາບກັນຕາມຮູບແບບລວມສູນ ຊຶ່ງເປັນບັນຫາຄົງຄ້າງ ແລະ ແກ່ຍາວຈົນກາຍເປັນບັນຫາຊໍ້າເຮື້ອມາດົນ; ກົນໄກການປະສານງານ ລະຫວ່າງ ພາກລັດດ້ວຍກັນ ແລະ ພາກລັດກັບພາກເອກະຊົນ ຍັງບໍ່ທັນໂລ່ງລ່ຽນເທົ່າທີ່ຄວນ; ເຖິງຈະມີນິຕິກໍາຈໍານວນໜຶ່ງ ທີ່ຮອງຮັບໃຫ້ແກ່ການເຄື່ອນໄຫວການທູດຕິດພັນກັບການພັດທະນາເສດຖະ ກິດຂອງຊາດກໍຕາມ ແຕ່ກໍ່ຍັງບໍ່ທັນມີແຜນຍຸດທະສາດ ເພື່ອຫັນເປັນແຜນງານໂຄງການລະອຽດ ເພື່ອເປັນບ່ອນອີງໃຫ້ແກ່ບັນດາພາກສ່ວນຕ່າງໆລວມໄປເຖິງສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເຄື່ອນໄຫວໄດ້ຢ່າງເປັນລະບົບ; ການສະໜອງຂໍ້ມູນດ້ານນະໂຍບາຍ, ນິຕິກໍາ ແລະ ຂໍ້ມູນຕ່າງໆໃນຂົງເຂດເສດຖະກິດ (ຂະແໜງຈຸດສຸມເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດ, ສິນຄ້າຂາອອກ, ການທ່ອງທ່ຽວ) ຍັງຈໍາກັດບໍ່ທັນເປັນລະບົບປະຕູດຽວ ແລະ ບໍ່ທັນການ ອັນພາໃຫ້ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ບໍ່ມີຂໍ້ມູນຫລາກຫລາຍ, ພຽງພໍ ແລະ ບໍ່ເປັນເອກະພາບກັນ; ຄວາມອາດສາມາດດ້ານການຜະລິດສິນຄ້າຂອງລາວ ຍັງຢູ່ໃນວົງຈຳກັດ ທັງທາງດ້ານປະລິມານ ແລະ ຄຸນນະພາບ ແລະ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫລາດ ແລະ ມາດຕະຖານຂອງປະເທດຄູ່ຄ້າໄດ້ເທົ່າທີ່ຄວນ; ການແກ້ໄຂບັນຫາຂໍ້ຂັດແຍ່ງທາງເສດຖະກິດກັບນັກລົງທຶນຕ່າງປະເທດໃນເວລາເກີດບັນຫາ ກໍ່ຍັງບໍ່ທັນໂລ່ງລ່ຽນ.
ສະນັ້ນ, ເພື່ອເຊີດຊູບົດບາດຄວາມເປັນເຈົ້າການເຄື່ອນໄຫວວຽກງານການທູດເສດຖະກິດໃນໄລຍະໃໝ່ ໃຫ້ມີປະສິດທິພາບປະສິດທິຜົນພວກເຮົາຄວນຄໍານຶງເຖິງບາງບັນຫາດັ່ງນີ້:
- ກ່ອນອື່ນໝົດຕ້ອງໄດ້ເລັ່ງສຶກສາອົບຮົມແນວຄິດ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ພະນັກງານ-ລັດຖະກອນໃນຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ລວມໄປເຖິງພາກເອກະຊົນ ໃຫ້ມີຄວາມເຂົ້າແຈ້ງກ່ຽວກັບບົດບາດຂອງວຽກງານການທູດເສດຖະກິດດ້ວຍຮູບການຈັດສໍາມະນາເຜີຍແຜ່ ແລະ ກອງປະຊຸມວິຊາການ ລວມໄປເຖິງສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເພື່ອສ້າງຄວາມເຂົ້າໃຈໄປໃນທິດທາງດຽວກັນ ແລະ ສ້າງຄວາມເຂົ້າໃຈໃນການຫັນເປັນປະຕູດຽວ;
- ຄວນມີແຜນຍຸດທະສາດສະເພາະໜ້າ ແລະ ຍາວນານ ຕາມທິດທາງມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ X ກ່ຽວກັບ ການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ເພື່ອເປັນບ່ອງອີງໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ຖືກທິດຖືກທາງ ແລະ ແທດເໝາະກັບສະພາບຄວາມຕ້ອງການດຶງດູດຈາກແຕ່ລະປະເທດທີ່ມີທ່າແຮງ;
- ຊຸກຍູ້ຂະແໜງການ ແລະ ພາກເອກະຊົນ ໄດ້ມີໂອກາດແລກປ່ຽນບົດຮຽນຮ່ວມກັນເພື່ອສ້າງຂອດການປະສານງານລະຫວ່າງພາກເອກະຊົນ ແລະ ພາກລັດ ໃຫ້ມີຄວາມກົມກຽວຕາມທິດ ພາກລັດ ອໍານວຍຄວາມສະດວກ, ຊຸກຍູ້ ແລະ ສົ່ງເສີມ, ສ່ວນພາກເອກະຊົນ ກໍຕັ້ງໜ້າສ້າງພື້ນຖານການຜະລິດຕິດພັນພູມປັນຍາທ້ອງຖິ່ນ ແລະ ໝາກຜົນຂອງວິທະຍາສາດ ຢ່າງສົມເຫດສົມຜົນ;
- ຊຸກຍູ້ໃຫ້ພາກເອກະຊົນໄດ້ແລກປ່ຽນບົດຮຽນກັບຕ່າງປະເທດຫລາຍຂຶ້ນ ໂດຍຜ່ານເວທີປຶກສາຫາລືພາກທຸລະກິດ ແລະ ງານວາງສະແດງສິນຄ້າ ພາກພື້ນ ແລະ ສາກົນຕ່າງໆ ເພື່ອພັດທະນາຜະລິດຕະພັນຂອງລາວ ໃຫ້ມີການຂະຫຍາຍຕົວ ທັງທາງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ມາດຕະຖານຂອງປະເທດຄູ່ຄ້າ.
ໃນອີກ 1 ທົດສະວັດຕໍ່ໜ້າ ເຫັນວ່າ ໂລກກໍາລັງຈະປ່ຽນຜ່ານໄປສູ່ລະບົບດີຈິຕອນ ທີ່ມີຄວາມກ້າວໜ້າ, ນະວັດຕະກໍາ ແລະ ເຕັກໂລຊີ ແລະ ຈະມີການຂະຫຍາຍຕົວໃນຈັງຫວະທີ່ກ້າວກະໂດດໃນກະແສໂລກາພິວັດໃນຮອບເກືອບ 50 ປີ. ນອກຈາກນັ້ນ, ການພົວພັນເສດຖະກິດສາກົນ ຍິ່ງຈະມີຄວາມສະຫລັບສັບຊ້ອນໃນເງື່ອນໄຂທີ່ໂລກ ກໍາລັງຫັນໄປສູ່ການສ້າງລະບຽບໂລກໃໝ່ ໂດຍທ່າອ່ຽງຂອງການເຊື່ອມໂຍງເຊື່ອມຈອດຍັງສືບຕໍ່ເປັນຈຸດໃຈກາງໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ວຽກງານການທູດຂອງພວກເຮົາ ຍິ່ງຕ້ອງໄດ້ເພີ່ມທະວີເຊີດຊູບົດບາດຄວາມເປັນເຈົ້າການວຽກງານການທູດເພື່ອຮັບໃຊ້ເສດຖະກິດຂອງຊາດ ໃນໄລຍະ ໃໝ່ຢ່າງຕັ້ງໜ້າ ແລະ ຮູ້ໝູນໃຊ້ກາລະໂອກາດຢ່າງຄ່ອງແຄ່ວນິ້ມນວນ ແລະ ທັນການ.
ໂດຍ: ຄົນກິນປາ