ການເຈລະຈາ ກ່ຽວກັບ ການຢຸດຍິງ ຢູ່ເຂດກາຊາ ມີຄວາມຄືບໜ້າສຳຄັນ


ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ການເຈລະຈາ ກ່ຽວກັບ ການຢຸດຍິງ ຢູ່ເຂດກາຊາ ສືບຕໍ່ ດຳເນີນ ຢູ່ເອຢິບ ໂດຍມີ ປະເທດຕ່າງໆ ລວມທັງ ເອຢິບ, ກາຕາ, ຕູຣາເຄຍ ແລະ ສ.ອາເມລິກາ ເປັນຕົ້ນ ລ້ວນແຕ່ ໄດ້ເຂົ້າຮ່ວມ ການເຈລະຈາຄັ້ງນີ້ ໃນວັນທີ 8 ຕຸລານີ້, ຈາກນັ້ນ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ອອກຖະແຫລງການ ຜ່ານສື່ສັງຄົມອອນລາຍວ່າ: ອິດສະຣາແອນ ແລະ ກຸ່ມຮາມັສ ຕ່າງໄດ້ລົງນາມ ໃນສັນຍາ ໄລຍະທຳອິດ ຂອງແຜນການສັນຕິພາບກາຊາແລ້ວ. ຫລັງຈາກນັ້ນ, ກຸ່ມຮາມັສ ໄດ້ອອກຖະແຫລງ ການຢືນຢັນເຖິງ ການບັນລຸ ສັນຍາດັ່ງກ່າວ ຂະນະທີ່ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ອິດສະຣາແອນ ກ່າວຢືນຢັນວ່າ ຈະຮຽກໂຮມ ຄະນະລັດຖະບານ ເພື່ອອະນຸມັດສັນຍາການຢຸດຍິງ.ນອກນີ້, ທ່ານ ໂດນັນ ທຣຳ ກ່າວຢືນຢັນວ່າ: ເນື່ອງຈາກ ການເຈລະຈາ ກ່ຽວກັບ ການຢຸດຍິງ ຢູ່ເຂດກາຊາ ທີ່ພວມຈັດຂຶ້ນ ຢູ່ເອຢິບ ພວມໃກ້ຈະບັນລຸສັນຍາແລ້ວ ແລະ ທ່ານ ໂດນັນ ທຣຳ ອາດຈະເດີນທາງໄປເຂດຕາເວັນອອກກາງ ໃນວັນທີ 11 ຫລື ວັນທີ 12 ຕຸລານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ