ກຳລັງຕິດຕັ້ງໄຟຟ້າພະລັງງານໝູນວຽນຂອງໂລກ ຍັງຈະເພີ່ມຂຶ້ນຢ່າງແຂງແຮງ

09/10/2025 18:18
Email Print 83
KPL - Asean 2024 ອົງ​ການ​ ພະ​ລັງ​ງານ​ສາ​ກົນ ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ ກ່ຽວ​ກັບ ​ພະ​ລັງ​ງານ​ ໝູນ​ວຽນ​ປີ 2025” ໂດຍ​ຄາດ​ຄະ​ເນ​ວ່າ: ເຖິງວ່າ ໄດ້ຜະ​ເຊີນ​ໜ້າ​ກັບ ​ປັດ​ໄຈ​ທາງ​ລົບ​ຕ່າງໆ ເຊັ່ນ: ຄວາມ​ກົດ​ດັນ​ ດ້ານ​ຕ່ອງ​ໂສ້ ການສະໜອງ ແລະ ເງິນທຶນ, ສິ່ງ​ທ້າ​ທາຍ​ ຈາກ​ການ​ລວບ​ລວມ​ ເຄືອ​ຂ່າຍ​ໄຟ​ຟ້າ, ຄວາມ​ບໍ່​ແນ່ນອນ ​ດ້ານ​ນະ​ໂຍ​ບາຍ ແລະ ອື່ນໆ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອົງ​ການ​ ພະ​ລັງ​ງານ​ສາ​ກົນ ​ໄດ້​ເຜີຍ​ແຜ່ບົດ​ລາຍ​ງານ​ ກ່ຽວ​ກັບ ​ພະ​ລັງ​ງານ​ ໝູນ​ວຽນ​ປີ 2025” ໂດຍ​ຄາດ​ຄະ​ເນ​ວ່າ: ເຖິງວ່າ ໄດ້ຜະ​ເຊີນ​ໜ້າ​ກັບ ​ປັດ​ໄຈ​ທາງ​ລົບ​ຕ່າງໆ ເຊັ່ນ: ຄວາມ​ກົດ​ດັນ​ ດ້ານ​ຕ່ອງ​ໂສ້ ການສະໜອງ ແລະ ເງິນທຶນ, ສິ່ງ​ທ້າ​ທາຍ​ ຈາກ​ການ​ລວບ​ລວມ​ ເຄືອ​ຂ່າຍ​ໄຟ​ຟ້າ, ຄວາມ​ບໍ່​ແນ່ນອນ ​ດ້ານ​ນະ​ໂຍ​ບາຍ ແລະ ອື່ນໆ. ກຳ​ລັງ​ຕິດ​ຕັ້ງໄຟຟ້າ ພະ​ລັງ​ງານ​ໝູນ​ວຽນ​ຂອງ​ໂລກ ​ຍັງ​ຈະ​ເພີ່ມ​ຂຶ້ນ​ ຢ່າງ​ແຂງ​ແຮງ, ຄາດ​ວ່າ​ໃນ 5 ປີ ຂ້າງໜ້ານີ້ ກຳລັງຕິດຕັ້ງໄຟຟ້າ ພະລັງງານໝູນວຽນຂອງໂລກ ທີ່ເພີ່ມໃໝ່ ຈະມີເຖິງ 2 ເທົ່າ​ ຂອງປະ​ລິ​ມານ ເພີ່ມ​ຂຶ້ນ​ໃນໄລ​ຍະ 5 ປີຜ່ານມາ.ບົດ​ລາຍ​ງານ​ ຍັງ​ຄາດ​ຄະ​ເນ​ວ່າ, ລະ​ຫວ່າງ ​ປີ 2025-2030, ກຳ​ລັງ​ຕິດ​ຕັ້ງໄຟຟ້າ​ ພະ​ລັງ​ງານ​ໝູນ​ວຽນ​ຂອງ​ໂລກ ຈະ​ເພີ່ມ​ຂຶ້ນ 4.600 ຈິກາ​ວັດ, ປະ​ມານ​ເທົ່າ​ກັບ​ຍອດ​ປະ​ລິ​ມານ​ ກຳ​ລັງ​ຕິດ​ຕັ້ງໄຟຟ້າ ພະລັງງານໝູນວຽນຂອງ​ ສປ ຈີນ, ສະ​ຫະ​ພາບ​ເອີ​ຣົບ ແລະ ຍີ່​ປຸ່ນ ໃນ​ປັດ​ຈຸ​ບັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL