ອົງການການຄ້າໂລກ ຍົກອັດຕາຄາດຄະເນ ການເຕີບໂຕ ດ້ານການຄ້າທົ່ວໂລກປີນີ້

09/10/2025 18:17
Email Print 83
KPL - Asean 2024 ອົງການການຄ້າໂລກ(WTO)ໃຫ້ຮູ້ວ່າ ການເຕີບໂຕ ດ້ານການຄ້າ ທົ່ວໂລກ ໃນປີນີ້ ໄດ້ມີການໜູນຊ່ວຍ ຈາກບັນດາ ປະເພດສິນຄ້າ ທີ່ກ່ຽວຂ້ອງ ເຖິງ ປັນຍາປະດິດ (AI) ແລະ ກະແສເພີ່ມທະວີ ສິນຄ້ານຳເຂົ້າຈາກ ສ.ອາເມລິກາ ກ່ອນທີ່ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ປະກາດອັດຕາພາສີຕ່າງໆ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້, ອົງການການຄ້າໂລກ(WTO)ໃຫ້ຮູ້ວ່າ ການເຕີບໂຕ ດ້ານການຄ້າ ທົ່ວໂລກ ໃນປີນີ້ ໄດ້ມີການໜູນຊ່ວຍ ຈາກບັນດາປະເພດສິນຄ້າ ທີ່ກ່ຽວຂ້ອງ ເຖິງ ປັນຍາປະດິດ (AI) ແລະ ກະແສເພີ່ມທະວີ ສິນຄ້ານຳເຂົ້າຈາກ ສ.ອາເມລິກາ ກ່ອນທີ່ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ປະກາດອັດຕາພາສີຕ່າງໆ.WTO ໄດ້ຍົກອັດຕາຄາດຄະເນ ການເຕີບໂຕ ດ້ານການຄ້າທົ່ວໂລກໃນປີ 2025 ຂຶ້ນເປັນ 2,4%, ສູງກວ່າ ການຄາດຄະເນກ່ອນໜ້ານີ້ 0,9% ເມື່ອໄດ້ຍົກອອກມາ ໃນເດືອນສິງຫາ. ເຖິງຢ່າງໃດກໍຕາມ, ແງ່ຫວັງໃຫ້ແກ່ປີ 2026 ພັດໄດ້ຮັບການຄາດຄະເນວ່າ ຈະມົວໝອງກວ່າ ຍ້ອນບັນດາຮົ້ວກີດຂວາງ ພາສີອາກອນຂອງ ສ.ອາເມລິກາ ເລີ່ມເສີມຂະຫຍາຍ ຄຸນປະໂຫຍດ ແລະ ພຽງແຕ່ບັນລຸ 0,5%, ຫລຸດລົງຫລາຍເມື່ອທຽບໃສ່ ລະດັບ ການຄາດຄະເນ 1,8% ກ່ອນໜ້ານັ້ນ. ກ່ຽວກັບ ການເຕີບໂຕ ເສດຖະກິດທົ່ວໂລກ, WTO ຄາດຄະເນອາດ ຈະບັນລຸໄດ້ລະດັບ ເພີ່ມຂຶ້ນ 2,7% ໃນປີ 2025 ແລະ 2,6% ໃນປີ 2026./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL