ທ່ານ ກິມ ເຈີງອຸນ ພົບປະກັບ ທ່ານ ທອງລຸນ ສີສຸລິດ


ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ກິມ ເຈີງອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານ ຄະນະກຳມະການ ແຫ່ງຊາດ ສປປ ເກົາຫລີ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ ທີ່ເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ເນື່ອງໃນໂອກາດ ພັກແຮງງານເກົາຫລີ ໄດ້ຮັບການສ້າງຕັ້ງຂຶ້ນ ຄົບຮອບ 80 ປີ. ໃນໂອກາດນີ້ ທ່ານ ກິມ ເຈີງອຸນ ໄດ້ສະແດງ ຄວາມຍິນດີ ຕ້ອນຮັບ ຢ່າງອົບອຸ່ນ ຕໍ່ການຢ້ຽມຢາມ ນະຄອນຫລວງ ພຽງຢາງ ຂອງທ່ານ ທອງລຸນ ສີສຸລິດ ແລະ ກ່າວວ່າ: ການຢ້ຽມຢາມຄັ້ງນີ້ ເປັນການສະໜັບ ສະໜູນ ແລະ ໃຫ້ກຳລັງໃຈ ຢ່າງເຕັມສ່ວນຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ມີຕໍ່ພັກ ແລະ ປະຊາຊົນ ສປປ ເກົາຫລີ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມອວຍພອນ ຢ່າງອົບອຸ່ນ ແລະ ການຢື້ຢາມຖາມຂ່າວ ຖານສະຫາຍຂອງພັກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ