ສສ ຫວຽດນາມ ສຸມໃສ່ປ້ອງກັນ-ຕ້ານໄພນໍ້າຖ້ວມ-ນໍ້າແກ່ງ-ດິນເຊາະເຈື່ອນຢູ່ພາກເໜືອ

09/10/2025 18:18
Email Print 83
KPL - Asean 2024 ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຮຽກຮ້ອງໃຫ້ ປະທານ ຄະນະກຳມະການ ປະຊາຊົນ ບັນດາແຂວງ, ທ້ອງຖິ່ນ ໃນເຂດທີ່ໄດ້ຮັບຜົນກະທົບ ເອົາໃຈໃສ່ ສົມທົບກັບ ກະຊວງ ປ້ອງກັນ ປະເທດ, ກະຊວງຕຳ ຫລວດ ຈັດຕັ້ງຢ່າງຮີບດ່ວນ ບັນດາວິທີການແກ້ໄຂ ຢ່າງຮີບດ່ວນ ໃນການປ້ອງກັນ, ຕ້ານໄພນໍ້າຖ້ວມ, ສຸມໃສ່ ກວດຄືນ ຢ່າງລະອຽດ

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ໃນໂທລະເລກ ທາງການ ກ່ຽວກັບ ການສຸມໃສ່ ວຽກງານປ້ອງກັນ, ຕ້ານໄພນໍ້າຖ້ວມ, ນໍ້າແກ່ງ, ດິນເຊາະເຈື່ອນຢູ່ ພາກເໜືອ ຂອງ ສສ ຫວຽດນາມ ໄດ້ປະ ກາດ ເມື່ອບໍ່ດົນມານີ້, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຮຽກຮ້ອງໃຫ້ ປະທານ ຄະນະກຳມະການ ປະຊາຊົນບັນດາແຂວງ, ທ້ອງຖິ່ນ ໃນເຂດທີ່ໄດ້ຮັບຜົນກະທົບ ເອົາໃຈໃສ່ ສົມທົບກັບ ກະຊວງ ປ້ອງກັນ ປະເທດ, ກະຊວງຕຳຫລວດ ຈັດຕັ້ງຢ່າງຮີບດ່ວນ ບັນດາວິທີການແກ້ໄຂ ຢ່າງຮີບດ່ວນ ໃນການປ້ອງກັນ, ຕ້ານໄພນໍ້າຖ້ວມ, ສຸມໃສ່ກວດຄືນ ຢ່າງລະອຽດ ບັນດາເຂດທີ່ ນໍ້າຖ້ວມເລິກ, ເຂດທີ່ມີຄວາມສ່ຽງ ເກີດດິນເຊາະເຈື່ອນ, ນໍ້າແກ່ງ ເພື່ອເປັນເຈົ້າ ການໃນການຍົກຍ້າຍ ປະຊາຊົນ (ໂດຍສະເພາະແມ່ນ ຜູ້ເຖົ້າ, ເດັກນ້ອຍ) ອອກຈາກບັນດາເຂດອັນຕະລາຍ, ຮັບປະກັນ ຄວາມປອດໄພ ໃຫ້ປະຊາຊົນ ແມ່ນສຳ ຄັນທີ່ສຸດ ແລະ ເໜືອກວ່າ ສິ່ງໃດໝົດ. ທ່ານ ຟ້າມມິງຈິງ ຕັດສິນໃຈຊີ້ນຳ ດ້ວຍທຸກວິ ການເຂົ້າໃກ້ກັບ ບັນດາບ່ອນທີ່ ນໍ້າຖ້ວມເລິກ, ຖືກຕັດຂາດ ເພື່ອຊ່ວຍເຫລືອ ສະບຽງອາຫານ, ບັນດາຄອບຄົວ ຢ່າງທັນການ ບໍ່ປະໃຫ້ປະຊາຊົນ ຖືກອຶດຫິວ ຢ່າງເດັດຂາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL