ການເຄື່ອນໄຫວ ການທູດວັດທະນະທຳ ຂອງ ສປປ ລາວ ໃນເວທີອາຊຽນ

09/10/2025 14:13
Email Print 83
KPL - Asean 2024 ຂປລ. ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ (ASEAN) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967 ໂດຍ ຜູ້ນຳ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ

(ເນ່ືອງໃນໂອກາດວັນການທູດລາວຄົບຮອບ 80 ປີ)

        ຂປລ. ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ (ASEAN)  ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967 ໂດຍ ຜູ້ນຳ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ   ໂດຍການລົງນາມໃນຖະແຫລງການບາງກອກ (Bangkok Declaration), ທີ່ ບາງກອກ, ປະເທດໄທ  ເຊິ່ງເປັນການປະກາດການສ້າງຕັ້ງອາຊຽນ ຢ່າງເປັນທາງການ ໂດຍມີຈຸດປະສົງຫລັກໃນເວລານັ້ນແມ່ນເພື່ອເສີມສ້າງ ການຮ່ວມມືທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ຄວາມໝັ້ນຄົງ. ນັບແຕ່ນັ້ນມາ,  ອາຊຽນ ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍສະມາຊິກຂອງຕົນ, ໃນນັ້ນ ບຣູໄນ ດາຣູຊາລາມ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1984;  ຫວຽດນາມ ໃນປີ 1995; ສປປ ລາວ ແລະ ມຽນມາ ໃນປີ 1997 ແລະ  ກຳປູເຈຍ ໃນປີ 1999, ເຊິ່ງເຮັດໃຫ້ອາຊຽນມີສະມາຊິກ 10 ປະເທດ ໃນອາຊີຕາເວັນອອກສຽງໃຕ້ ແລະ  ຄາດວ່າຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງ ອາຊຽນ ໃນເດືອນຕຸລາ 2025 ນີ້.

ການເຂົ້າເປັນສະມາຊິກອາຊຽນ ຂອງ ສປປ ລາວ ໃນວັນທີ 23 ກໍລະກົດ ປີ 1997 ຖືເປັນໜຶ່ງໃນ ໄຊຊະນະຂອງການເຄື່ອນໄຫວທາງການທູດ ທີ່ສຳຄັນທີ່ສຸດ, ຖືເປັນຈຸດສິ້ນສຸດຂອງການຖືກໂດດດ່ຽວ ທາງສາກົນຂອງ ສປປ ລາວ. ຕະຫລອດ ໄລຍະ 28 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງ ສປປ ລາວ, ທຸກຂະແໜງ ການ, ຈາກສູນກາງເຖິງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນເຄື່ອນໄຫວວຽກງານ ອາຊຽນ ດ້ວຍຄວາມຕັ້ງໜ້າ ຕາມພາລະບົດບາດຂອງຕົນ. ພ້ອມນີ້, ກໍເປັນການປະກອບສ່ວນເຂົ້າໃນພາລະກິດລວມຂອງການ ສ້າງປະຊາຄົມ ອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ, ທັງເປັນການສ້າງເງື່ອນໄຂສະດວກໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ເວົ້າສະເພາະ ແມ່ນການເພີ່ມທະວີບົດບາດດ້ານການເມືອງ ແລະ ຄວາມໝັ້ນຄົງ, ການເປີດໂອກາດດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການພັດທະນາດ້ານສັງຄົມ ແລະ ວັດທະນະທໍາ ພ້ອມທັງຍົກສູງບົດບາດຂອງ ສປປ ລາວ ໃຫ້ມີຊື່ສຽງໃນພາກພື້ນ ແລະ ສາກົນ ອັນໄດ້ເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມື ພາຍນອກ.

ໃນດ້ານການເມືອງ, ສປປ ລາວ ໄດ້ເຂົ້າຮ່ວມເຄື່ອນໄຫວຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ. ໃນນັ້ນ, ສປປ ລາວ ໄດ້ຮັບໜ້າທີ່ເປັນປະທານໝູນວຽນ ອາຊຽນ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005 ພາຍໃຕ້ຄໍາຂວັນ: “ເສີມສ້າງຄອບຄົວອາຊຽນໃຫ້ໝັ້ນຄົງ ແລະ ຄ່ອງຕົວ ດ້ວຍຄວາມມະຫາສາມັກຄີ, ດ້ວຍການເຊື່ອມໂຍງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ” ເຊິ່ງໃນໂອກາດການເປັນປະທານຂອງ ສປປ ລາວ ເວລານັ້ນ ໄດ້ຕົກລົງເນື້ອໃນຫລາຍປະການ ເປັນຕົ້ນແມ່ນການຕົກລົງເປີດກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ໄດ້ມີການລົງນາມ ຮັບຮອງເອົາເອກະສານທີ່ສຳຄັນຈຳນວນ 32 ສະບັບ ເຊິ່ງຖືວ່າເປັນຄັ້ງທຳອິດ ທີ່ໄດ້ມີການຮັບຮອງເອົາເອກະສານຈຳນວນຫລາຍໃນກອງປະຊຸມສຸດຍອດ, ບາງເອກະສານສໍາຄັນເປັນຕົ້ນ ແມ່ນແຜນປະຕິບັດງານຄວາມໝັ້ນຄົງ ອາຊຽນ ແລະ ໂຄງການປະຕິບັດງານວຽງຈັນ ເຊິ່ງໄດ້ເນັ້ນໜັກໃສ່ການເຊື່ອມໂຍງອາຊຽນ ທີ່ແນໃສ່ຜົນປະໂຫຍດຂອງບັນດາສະມາຊິກເກົ່າ ແລະ ໃໝ່.  ໃນປີ 2016, ສປປ ລາວ ໄດ້ເປັນປະທານອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ: “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ” ຊຶ່ງເປັນປີທໍາອິດໃນການເລີ່ມຕົ້ນປະຕິບັດວິໄສທັດປະຊາຄົມອາຊຽນ 2025. ໃນການເປັນປະທານອາຊຽນຄັ້ງທີ 2 ນີ້, ສປປ ລາວ ໄດ້ນໍາພາອາຊຽນ ສືບຕໍ່ຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ເນັ້ນໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນງານຂໍ້ໍລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3. ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນເປັນ ຄັ້ງທີ 3 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ໂດຍສະເພາະໄດ້ຮັດແໜ້ນການຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ເພື່ອເສີມສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ. ພ້ອມນີ້, ກໍໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ຖະແຫລງການຜູ້ນໍາອາຊຽນວ່າດ້ວຍການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ.

ໃນດ້ານວັດທະນະທຳ-ສັງຄົມ, ສປປ ລາວ ກໍ່ໄດ້ເຂົ້າຮ່ວມເຄື່ອນໄຫວໃນການຈັດຕັ້ງຜັນຂະຫຍາຍ ແຜນ ແມ່ບົດເສົາຄຳ້ປະຊາຄົມ ວັດທະນະທຳ-ສັງຄົມ ຢ່າງຕັ້ງໜ້າ ແລະ ໄດ້ຖືເອົາການທູດວັດທະນະທຳ ເປັນຍຸດທະສາດ ໜຶ່ງຂອງການເຄື່ອນໄຫວທາງການທູດຂອງ ສປປ ລາວ, ສະແດງອອກ ໂດຍຜ່ານ ການແລກປ່ຽນທາງດ້ານ ວັດທະນະທຳຕ່າງໆ ເປັນຕົ້ນ ສິລະປະ, ພາສາ, ການສຶກສາ, ກິລາ ແລະ ການແລກປ່ຽນດ້ານປະເພນີວັດທະນະທຳຕ່າງໆ ລະຫວ່າງ ບັນດາປະເທດຕ່າງໆ ກໍ່ຄື ລະຫວ່າງ ປະຊາຊົນໃນອາຊຽນ ແລະ ບັນດາປະເທດນອກພາກພື້ນ ເພື່ອສົ່ງເສີມຄວາມເຂົ້າໃຈ, ສ້າງສາຍພົວພັນທີ່ດີ ລະຫວ່າງປະຊາຊົນ ເພື່ອເປັນພື້ນຖານ ໃຫ້ແກ່ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່  ການພົວພັນ, ປະສານງານ ກໍ່ຄື ການປົກປັກຮັກສາສັນຕິພາບ. ການເຂົ້າເປັນສະມາຊິກອາຊຽນໄດ້ສ້າງໂອກາດອັນດີໃຫ້ແກ່ ສປປ ລາວ ໃນການພັດທະນາ ແລະ ເຊື່ອມໂຍງກັບພາກພື້ນ ເຊິ່ງປະກອບ ສ່ວນເຂົ້າໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ນອກຈາກນັ້ນ, ພວກເຮົາມີການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ ກັບບັນດາປະເທດເພື່ອນມິດຍຸດທະສາດ, ມີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີໝາກຜົນຕົວຈິງ ກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ, ປະເທດເຮົານັບມື້ນັບຖືກຮັບຮູ້ຫລາຍຂຶ້ນ ແລະ ໄດ້ຮັບຄວາມເຊື່ອຖືຫລາຍຂຶ້ນ ໃນວົງຄະນາຍາດສາກົນ, ຖານະບົດບາດ ແລະ ການປະກອບສ່ວນ ຂອງປະເທດເຮົາຢູ່ໃນວຽກງານ ຂອງສາກົນກໍ່ນັບມື້ນັບກວ້າງຂວາງອອກ, ການສະໜັບສະໜູນ ແລະ ການຊ່ວຍເຫລືອ ໃນການພັດທະນາ, ການລົງທຶນຕ່າງປະເທດຢູ່ໃນປະເທດເຮົາກໍ່ນັບມື້ນັບເພີ່ມທະວີ ແລະ ຂະແໜງການທ່ອງທ່ຽວ ກໍ່ໄດ້ຮັບການພັດທະນາດີຂື້ນເປັນກ້າວໆ. ສປປ ລາວ ໄດ້ກາຍເປັນຈຸດໝາຍປາຍ ທາງການທ່ອງທ່ຽວທີ່ສໍາຄັນແຫ່ງໜຶ່ງຂອງພາກພື້ນ. ການຫລຸດຜ່ອນຂັ້ນຕອນການເດີນທາງ ແລະ ການສົ່ງເສີມ ການທ່ອງທ່ຽວຮ່ວມກັນ ເຮັດໃຫ້ຈໍານວນນັກທ່ອງທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ. ການພັດທະນາດັ່ງກ່າວໄດ້ຊ່ວຍສ້າງ ວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ແກ່ປະຊາຊົນ ເຊິ່ງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຂອງປະເທດ.

ອາຊຽນໄດ້ໃຫ້ຄວາມສໍາຄັນຕໍ່ການອະນຸລັກຮັກສາມໍລະດົກທາງດ້ານວັດທະນະທໍາຂອງພາກພື້ນ.  ດັ່ງນັ້ນ, ການເຄື່ອນໄຫວການທູດວັດທະນະທຳຂອງ ສປປ ລາວ ໃນເວທີອາຊຽນ ໄດ້ເຮັດໃຫ້ ສປປ ລາວ ສາມາດສົ່ງເສີມວັດທະນະທຳແຫ່ງຊາດ ທີ່ເປັນເອກະລັກ, ສ້າງຄວາມກົມກຽວໃນພາກພື້ນ ກໍ່ຄື ສ້າງພາບພົບທີ່ດີ ໃນຖານະທີ່ເປັນ ປະເທດສະມາຊິກອາຊຽນ. ສປປ ລາວ  ໄດ້ຮັບການສະໜັບສະໜູນໃນການປົກປັກຮັກສາມໍລະດົກວັດທະນະທໍາ ທີ່ ເປັນເອກະລັກຂອງຕົນ ແລະ ຜ່ານການເຂົ້າຮ່ວມໃນໂຄງການຮ່ວມມືຕ່າງໆ ຂອງອາຊຽນ, ໄດ້ຊ່ວຍໃຫ້ ສປປ ລາວ ມີຄວາມສາມາດໃນການປົກປ້ອງສະຖານທີ່ມໍລະດົກໂລກ ເຊັ່ນ: ເມືອງຫລວງພະບາງ ແລະ ວັດພູຈໍາປາສັກ, ພ້ອມທັງສົ່ງເສີມສິລະປະ ແລະ ຫັດຖະກໍາພື້ນເມືອງ. ນອກຈາກນັ້ນ, ຍັງໄດ້ມີການຈັດງານບຸນ ແລະ ງານວັດທະນະທໍາຮ່ວມກັນ ເຊິ່ງເປັນການເຜີຍແຜ່ເອກະລັກວັດທະນະທຳລາວ ສູ່ສາຍຕາຊາວໂລກ. ໃນນັ້ນ, ບາງກິດຈະກຳທີ່ພົ້ນເດັ່ນໃນໄລຍະຜ່ານມາແມ່ນ ການເປັນເຈົ້າພາບຈັດກິລາ ຊີເກມ ໃນປີ 2009 ທີ່ ນະຄອນຫລວງວຽງຈັນ;  ເປັນເຈົ້າພາບໃນການຈັດປີແຫ່ງວັດທະນະທຳອາຊຽນ ທີ່ນະຄອນຫລວງວຽງຈັນ ໃນປີ 2019 ເຊິ່ງເປັນການສົ່ງເສີມເອກະລັກດ້ານວັດທະນະທຳ ແລະ ຄວາມເປັນໜຶ່ງດຽວຂອງອາຊຽນ; ການຈັດປີທ່ອງທ່ຽວລາວ ໃນເວລາທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024; ການເຂົ້າຮ່ວມໃນເວທີວັດທະນະທຳພາກພື້ນຕ່າງໆ ແລະ ການສະໜັບສະໜູນຄວາມພະຍາຍາມລວມ ໃນການປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ ໃນພາກພື້ນອາຊຽນ,  ເຂົ້າຮ່ວມໂຄງ ການແລກປ່ຽນຕ່າງໆ ເພືື່ອຮັດແໜ້ນ ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມສາມັກຄີ ໃນອາຊຽນ.

ໂດຍລວມແລ້ວ, ການເຄື່ອນໄຫວການທູດວັດທະນະທຳ ຂອງ ສປປ ລາວ ໃນເວທີອາຊຽນ ໃນໄລຍະຜ່ານມາ ໄດ້ເຮັດໃຫ້ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນພົ້ນເດັ່ນຂື້ນ, ສ້າງສາຍພົວພັນທີ່ເຂັ້ມແຂງກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ທັງເປັນການປົກປັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ອີກດ້ວຍ. 
ພາບປະກອບ

KPL