ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

09/10/2025 11:42
Email Print 83
KPL - Asean 2024 ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.



ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ
ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່. ພູມີສາດກໍມີຄວາມແຕກຕ່າງກັນຫລາຍກັບເຂດອື່ນ ເພາະວ່າເຂດດັ່ງກ່າວ ເປັນເຂດແຖບຮ້ອນ, ເໝາະເປັນແຫລ່ງທ່ອງທ່ຽວ. ສະນັ້ນ, ລັດຖະບານຈີນ ເຫັນໄດ້ຄວາມໝາຍຄວາມສໍາຄັນ ຈຶ່ງສ້າງເປັນເຂດການຄ້າເສລີ ແລະ ການທ່ອງທ່ຽວ ເພື່ອດຶງດູດການລົງທຶນຄວບຄູ່ໄປກັບການທ່ອງທ່ຽວແບບຍືນຍົງ. ເມື່ອທ້າຍເດືອນສິງຫາຜ່ານມາບັນດາສື່ມວນຊົນ ຈາກປະເທດສະມາ ຊິກອາຊຽນ (ລາວ, ຫວຽດນາມ, ກໍາປູເຈຍ, ໄທ, ມຽນມາ, ຟິລິບປິນ, ມາເລເຊຍ, ອິນໂດເນເຊຍ, ແລະ ຕີມໍແລັດສະເຕ) ໄດ້ເຂົ້າຮ່ວມກິດຈະກໍາພາຍໃຕ້ຫົວຂໍ້ ທ່ຽວຊົມປະເທດຈີນ, ແຂວງໄຫໜານ ທີ່ມີຊີວິດຊີວາ”.

ບັນດາສື່ມວນຊົນຈາກປະເທດສະມາຊິກອາຊຽນ ໄດ້ຢ້ຽມຊົມງານວາງສະແດງການທ່ອງທ່ຽວ ການແພດ, ຈີນໄດ້ຊຸກຍູ້ການທ່ຽວທ່ຽວ ດ້ານການແພດປະສົມປະສານ ການແພດທັນສະໄໝໃໝ່ ແລະ ການແພດແຜນຈີນ; ຢ້ຽມຊົມໂຮງງານຜະລິດກາເຟ M1 ແຫລ່ງທ່ອງທ່ຽວແຫ່ງໃໝ່, ນອກຈາກຂາຍກາເຟແລ້ວ ຍັງເປີດເປັນບ່ອນໃຫ້ຜູ້ຄົນໄດ້ສຶກສາລະບົບການປຸງແຕ່ງກາເຟ ນັບແຕ່ເອົາເມັດກາໃສ່ ຈົນຮອດເປັນກາເຟນໍ້າໃສ່ຈອກ, ເພື່ອຊຸກຍູ້ອຸດົມການກາເຟໄຫໜານໄປທົ່ວໂລກ; ພ້ອມນັ້ນຍັງໄດ້ທ່ຽວຊົມໝູ່ບ້ານບາຫລີ ວິຖີການດໍາລົງຊີວິດ, ວັດທະນະທໍາຂອງເຜົ່າທີ່ເປັນຄົນຈີນຕ່າງດ້າວ ເລີ່ມມາຕັ້ງຖິ່ນຖານທີ່ຢູ່ອາໄສ ແຕ່ດຶກດໍາມາຈົນເຖິງເທົ່າທຸກວັນນີ້; ຢ້ຽມຊົມສວນສະໜຸກອຸທິຍານມະຫາສະໝຸດ ເປັນສະຖານທີ່ທ່ອງທ່ຽວການອະນຸລັກ ແລະ ຊ່ວຍເຫລືອສັດທະເລ. ໄດ້ໄປສໍາພັດສະຖານທີ່ທົດລອງລົດຍົນໄຫຫລໍາ ທີ່ນະຄອນສົງໄຫ ເຊິ່ງເປັນສະຖານທີ່ທົດລອງລົດ ຍົນແຖບຮ້ອນແຫ່ງດຽວໃນປະເທດຈີນ; ໂດຍຈະໄດ້ສໍາພັດກັບຄວາມຕື່ນຕາຕື່ນໃຈ ຂີ່ລົດຜ່ານອຸປະສັກທາງພຽງ, ເປັນຂຸມ, ເປັນລຸບ, ເປັນໂນນ, ຄົດລ້ຽວ ແລະ ສູງຊັນດ້ວຍຄວາມໄວ ເພື່ອທົດສອບລົດຍົນຈະວາງຂາຍໃນຕະຫລາດ ແລະ  ນອກຈາກທ່ຽວຊົມສະຖານທີ່ສໍາຄັນຕ່າງໆແລ້ວ, ຍັງໄດ້ໄປສໍາພັດກັບເກາະແຫລ່ງທ່ຽວລະດັບ 5A ທີ່ມີຫີນຈາລຶກແບ່ງແຖບຮ້ອນ, ມໍ່ແຖບຮ້ອນ ແລະ ເປັນເຂດຊີວະນາໆພັນທາງທະເລ. ກິດຈະກໍາຈະມີຂີ່ເຮືອເທິງນໍ້າ ທີ່ຫລາກຫລາຍຮູບແບບ ແລະ ກິດຈະກໍາໃຕ້ນໍ້າ ດໍານໍ້າເບິ່ງປາກາລັງ ແລະ ສໍາພັດປາກະເບນ ຫລື ເອີ້ນວ່າປາຝາໄລ ຊຶ່ງເກາະດັ່ງກ່າວ ປະກອບມີປາກາລັງທີ່ຫລາກຫລາຍ ແລະ ນໍ້າໃສຈົນເປັນສີຄາມ, ມີກໍາປັ່ນຈົມນໍ້າແຕ່ສະໄໝດຶກດໍາບັນ, ມີອຸ່ນຫະພູມລະດັບສະເລ່ຍ 24,8 ອົງສາ ຫລື ເອີ້ນວ່າເປັນເກາະຖ່າຍຮູບຄູ່ບ່າວສາວທີ່ແຕ່ງງານ. ພ້ອມນັ້ນເກາະດັ່ງກ່າວ ຍັງມີລະບົບຮັບປະກັນຄວາມປອດໄພ, ຄວາມສະອາດງາມຕາ ແລະ ປົກຮັກສາສິ່ງແວດລ້ອມແບບຍືນຍົງ.



ໂດຍ: ຄັດທະນາມ-ສາວະພາ

KPL