ເວທີປາໄສເຊື່ອມຕໍ່ ອາຊຽນ-ສ.ເກົາຫລີ 2025


ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ເວທີປາໄສເຊື່ອມຕໍ່ ອາຊຽນ-ສ.ເກົາຫຼີ 2025 ຈັດຂຶ້ນ ໃນວັນທີ 17 ມິຖຸນາ, ຢູ່ ອິນໂດເນເຊຍ. ໃນໂອກາດນີ້ ທ່ານ ລີ ຈັງກຸນ(Lee Jangkeun) ເອກອັກ ຄະລັດຖະທູດ ສ.ເກົາຫລີ ປະຈຳ ອາຊຽນ ໃຫ້ຮູ້ວ່າ: ອາຊຽນ ແມ່ນຄູ່ຄ້າໃຫຍ່ ອັນດັບທີ 2 ຂອງ ສ.ເກົາຫລີ ແລະ ສ.ເກົາຫລີ ແມ່ນຄູ່ຄ້າໃຫຍ່ ອັນດັບທີ 5 ຂອງ ອາຊຽນ. “ສ.ເກົາຫຼີ ແລະ ອາຊຽນ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ຜ່ານການເປີດກວ້າງ ແລະ ປັບປຸງການຮ່ວມມື. ການເພີ່ມທະວີການເຊື່ອມຕໍ່ ຈະແມ່ນໜຶ່ງ ໃນບັນດາບຸລິມະສິດແຖວໜ້າຂອງ 2 ຝ່າຍ. ສ.ເກົາຫລີ ຕັດສິນໃຈສືບຕໍ່ຮ່ວມມືກັບ ອາຊຽນ ເພື່ອປະຕິບັດບັນດາເປົ້າໝາຍ ຂອງແຜນການຍຸດທະສາດ ເຊື່ອມຕໍ່ ອາຊຽນ ໃຫ້ປະກົດຜົນເປັນຈິງ ແລະ ມາດຕະການແກ້ໄຂ ບັນດາວິໄສທັດຍຸດທະສາດ ຂອງອົງການນີ້. ພ້ອມທັງ ໃຫ້ຄຳໝັ້ນສັນຍາ ດ້ວຍວິຊາສະເພາະ, ບົດຮຽນ ແລະ ແຫລ່ງກຳລັງຂອງຕົນ, ຈະໜູນຊ່ວຍ ການຜັນຂະຫຍາຍ ບັນດາແຜນການຂອງ ອາຊຽນ ໃຫ້ບັນລຸຜົນສຳເລັດ”.ທີ່ເວທີປາໄສ, ບັນດາຜູ້ແທນກໍ່ປຶກສາຫາລືບັນດາມາດຕະການ, ຂໍ້ສະເໜີແນະເພື່ອເພີ່ມທະວີການຮ່ວມມືຕາມແຜນການຍຸດທະສາດເຊື່ອມຕໍ່ ອາຊຽນ ໃນໄລຍະໃໝ່./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ