ສສຊ ປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ

17/06/2025 20:16
Email Print 83
KPL - Asean 2024 ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ



ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ
9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ  ຮອງປະທານສະພາແຫ່ງຊາດ.  ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສະບັບສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແກ້ວ ຈັນທະມີໄຊ  ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ທັງ​ນີ້, ກໍເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ 

ໂອກາດນີ້, ທ່ານ ນາງ ເກສອນ ໄຊຍະວົງ ສສຊ ປະຈຳເຂດ 3 ແຂວງຫລວງນໍ້າທາ ໄດ້ສະແດງຄວາມເຫັນດີຕໍ່ເນື້ອໃນ ແລະ ຮ່າງຂອງກົດໝາຍວ່າດ້ວຍສັງຄົມສົງເຄາະ ວ່າ: ຮ່າງກົດໝາຍດັ່ງກ່າວ, ຍັງຕ້ອງປັບປຸ່ງແກ້ໄຂເນື້ອໃນ, ບາງໝວດ, ບາງມາດຕາ ເປັນຕົ້ນແມ່ນ ມາດຕາ 6 ພັນທະຂອງພົນລະ ເມືອງ ຕໍ່ວຽກງານສັງຄົມສົງເຄາະ ເຊິ່ງພົນລະເມືອງທຸກຄົນ ມີພັນທະປະກອບສ່ວນເຂົ້າໃນ ວຽກງານສັງຄົມສົງເຄາະ ໂດຍການຊ່ວຍເຫລືອ, ບໍລິການທາງວັດຖຸ-ປັດ​ໄຈ ແລະ ການພັດທະນາເປົ້າໝາຍສັງຄົມສົງເຄາະ  ​ໂດຍສະເໜີໃຫ້ຄະນະຮັບຜິດຊອບ ເພີ່ມເນື້ອໃນ​ເຂົ້າຕື່ມ ເຊິ່ງບໍ່ສະເພາະ ແຕ່ເປັນພົນ ລະເມືອງລາວເທົ່ານັ້ນ ຄົນຕ່າງປະເທດ  ທີ່ມີຈິດໃຈຢາກຊ່ວຍເຫລືອ ຫລື ຢາກຈະບໍລິຈາກວັດຖຸສິ່ງຂອງ, ເງິນສົດ ສາມາດປະກອບສ່ວນໄດ້ ທັງເປັນການສ້າງບຸນ, ສ້າງກຸສົນ ດຶງດູດ ແລະ ຈູງໃຈ ໃຫ້ຄົນເຂົ້າປະກອບສ່ວນຊ່ວຍເຫລືອຫລາຍຂຶ້ນ. ສຳລັບມາດຕາ 19 ຮູບແບບສັງຄົມສົງເຄາະ ປະກອບມີ 2 ຮູບແບບຄື: ສັງຄົມສົງເຄາະແບບປົກກະຕິ ແລະ  ສັງຄົມສົງເຄາະແບບຮີບດ່ວນ ຍົກຕົວຢ່າງ: ເຫດການໄພພິບັດເກີດຂຶ້ນ ລະບົບຄົມມະນາຄົມໃຊ້ການບໍ່ໄດ້, ບໍ່ມີໄຟຟ້າ, ບໍ່ມີນໍ້າປະປາ, ເສັ້ນທາງລົດບໍ່ສາມາດເຂົ້າເຖິງໄດ້. ຕໍ່ກັບການແກ້ໄຂບັນຫາ ເຫັນວ່າກົດໝາຍດັ່ງກ່າວ ຍັງບໍ່ໄດ້ລະບຸວິທີການຢ່າງຈະແຈ້ງ ສະ  ເໜີໃຫ້ພາກສ່ວນກ່ຽວຂ້ອງ ກຳນົດຂັ້ນຕອນຢ່າງຈະແຈ້ງ ໃນການຈັດຕັັ້ງປະຕິບັດໃຫ້ລະອຽດ, ຕ້ອງມີກົນໄກການປະສານງານລະອຽດ, ມີການກຳນົດ ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ວ່າຈະຈັດຕັ້ງປະ ຕິບັດອັນໃດກ່ອນ, ອັນໃດຫລັງ ຫາກເກີດເຫດການຮີບດ່ວນ. ທັງນີ້, ກໍ​ເພື່ອແນໃສ່ໃຫ້ທັນກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການທີີ່ຮີບດ່ວນ  ເປັນຕົ້ນ ການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ການກຳນົດຈຸດປະສານງານ, ກຳນົດເບີໂທສຸກເສີນ, ການເປີດບັນຊີທະນາຄານເພື່ອຮັບບໍລິ ຈາກ ແລະ ອື່ນໆ .

ນອກຈາກນີ້, ທ່ານ ຄຳປະສິດ ເທບວົງສາ ສສຊ ປະຈຳເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ສະແດງຄວາມຄິດເຫັນ ຕໍ່ພາກທີ III ເປົ້າໝາຍສັງຄົມສົງເຄາະ ແລະ ການຄຸ້ມຄອງການຊ່ວຍເຫລືອ ໂດຍສະເພາະ ໝວດທີ 2 ການຄຸ້ມຄອງການຊ່ວຍເຫລືອ ເຊິ່ງເຫັນວ່າມີຄວາມສ່ຽງຕໍ່ການສໍ້ລາດບັງຫລວງ ໃນການຈັດສັນງົບປະມານທີ່ມີມູນຄ່າສູງ ໃຫ້ແກ່ໂຄງການສະຫວັດດີການສັງຄົມສົງເຄາະ ເຊັ່ນ:ການຊ່ວຍເຫລືອດ້ານການເງິນ, ເງິນບໍານານ ຫາກບໍ່ມີລະບົບການກວດກາທີ່ເຂັ້ມງວດ ການສໍ້ລາດບັງຫລວງ ອາດຈະເກີດຂຶ້ນ ເປັນຕົ້ນ ແມ່ນການເບີກຈ່າຍເງິນ ທີ່ບໍ່ມີຜູ້ໄດ້ຮັບຜົນປະໂຫຍດຕົວຈິງ ຫລື  ຕົວເລກຜີ, ການໃຫ້ສິນບົນຕໍ່ຜູ້ທີ່ໄດ້ຮັບຜົນປະໂຫຍດ ແລະ ອື່ນໆ.  ສະນັ້ນ, ກົດໝາຍວ່າດ້ວຍສັງຄົມສົງເຄາະ ຕ້ອງມີກົນໄກ, ຄວບຄຸມລະບົບພາຍໃນ, ມີການຕິດຕາມການປະເມີນຜົນທີ່ໂປງໃສ. ສຳລັບມາດຕາ  26 ການຮັບການຊ່ວຍເຫລືອ ສະເໜີໃຫ້ກວດສອບແຫລ່ງທີ່ມາຂອງເງິນ, ການກວດສອບຢ່າງເຂັ້ມງວດ ໃນການນໍາໃຊ້ເງິນ, ຄວນໃຫ້ສຳນັກງານປາບປາມການຟອກເງິນ ເຂົ້າມາກວດສອບຕື່ມ ເພື່ອຮັບປະກັນບໍ່ໃຫ້ມີການຟອກເງິນ.

ຂ່າວ ກິດຕາ

ພາບ: ຂັນໄຊ

KPL