ຈັດກິດຈະກຳແລກປ່ຽນດ້ານວັດທະນະທຳລະຫວ່າງ ສປ ຈີນ-ອາຊີກາງ 2025


ຂປລ. ກິດຈະກຳ ແລກປ່ຽນ ດ້ານວັດທະນະທຳ ລະຫວ່າງ ສປ ຈີນ-ອາຊີກາງ 2025 ທີ່ມີ ວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG ແລະ ອົງການ ສັງລວມ ວິທະຍຸ ໂທລະພາບ ປະທານາທິບໍດີກາຊັກສະຖານ ເປັນເຈົ້າພາບຮ່ວມໄດ້ຈັດຂຶ້ນ ຢູ່ສູນປະທານາທິບໍດີ ກາຊັກສະຖານ ທີ່ນະຄອນຫລວງ ອັດສະຕານາ. ໂດຍມີຜູ້ເຂົ້າຮ່ວມ ຫລາຍກວ່າ 150 ຄົນ ມາຈາກ ວົງການຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳ, ສື່ມວນຊົນ, ການສຶກສາ ແລະ ອື່ນໆຂອງ ສປ ຈີນ ແລະ 5 ປະເທດໃນອາຊີກາງ ໄດ້ເຂົ້າຮ່ວມ ກິດຈະກຳຄັ້ງນີ້.ໃນກິດຈະກຳດັ່ງກ່າວ ໄດ້ປະກາດຂໍ້ລິເລີ່ມ ກ່ຽວກັບ ການເພີ່ມທະວີ ການຮ່ວມມື ລະຫວ່າງ ສື່ມວນຊົນຈີນ-ອາຊີກາງເພື່ອສົ່ງເສີມໃຫ້ເພີ່ມທະວີ ການຮ່ວມມື ຢ່າງເລິກເຊິ່ງ ລະຫວ່າງ ບັນດາສື່ມວນຊົນ ໃນການລາຍງານຂ່າວ ຮ່ວມກັນ, ການຊົມໃຊ້ ຂໍ້ມູນຮ່ວມກັນ, ການອົບຮົມ ຜູ້ມີຄວາມຮູ້ ຄວາມສາມາດ ແລະ ດ້ານອື່ນໆ, ສ້າງສະຫະພັນຮ່ວມມື ສື່ມວນຊົນຈີນ-ອາຊີກາງ, ເພື່ອປະກອບສ່ວນ ເຂົ້າໃນການສ້າງ ປະຊາຄົມ ຮ່ວມຊາຕາກຳຈີນ-ອາຊີກາງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ