ຕີລາຄາການປະຕິບັດ ວຽກແກ້ໄຂບັນຫາ ຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ

17/06/2025 19:54
Email Print 83
KPL - Asean 2024 ຂປລ. ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດ ບໍລິເວນຊາຍແດນ ລາວ-ໄທ ຮ່ວມກັບ ເຈົ້າກົມກິດຈະການຊາຍແດນທະຫານ ແລະ ຄະນະປະຕິບັດງານເພື່ອແກ້ໄຂບັນຫາ ຢາເສບຕິດບໍລິເວນຊາຍແດນ ໄທ-ລາວ ຈັດກອງປະຊຸມ ເພື່ອແກ້ໄຂບັນຫາຢາເສບຕິດ ບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ VI



ຂປລ. ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດ ບໍລິເວນຊາຍແດນ ລາວ-ໄທ ຮ່ວມກັບ ເຈົ້າກົມກິດຈະການຊາຍແດນທະຫານ ແລະ ຄະນະປະຕິບັດງານເພື່ອແກ້ໄຂບັນຫາ ຢາເສບຕິດບໍລິເວນຊາຍແດນ ໄທ-ລາວ ຈັດກອງປະຊຸມ ເພື່ອແກ້ໄຂບັນຫາຢາເສບຕິດ ບໍລິເວນຊາຍແດນ ລາວ-ໄທ
, ໄທ-ລາວ ຄັ້ງທີ VI ໃນວັນທີ 16 ມິຖຸນາ 2025 ຢູ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດ ບໍລິເວນຊາຍແດນ ລາວ-ໄທ, ທ່ານ ພົນໂທ ນັດຖະພົງ ເພຣົາແກ້ວ ເຈົ້າກົມກິດຈະການຊາຍແດນ ແຫ່ງຣາຊະອານະຈັກໄທ, ຫົວໜ້າຄະນະປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດ ບໍລິເວນຊາຍແດນໄທ-ລາວ ພ້ອມດ້ວຍຄະນະປະຕິບັດງານ ແລະ ຄະນະໜ່ວຍປະສານງານທັງສອງຝ່າຍ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້
, ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ ຕາມເນື້ອໃນບົດບັນທຶກ ແລະ ຂໍ້ກໍານົດ ຂອງກອງປະຊຸມຄະນະປະຕິບັດງານເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງຜ່ານມາ. ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບ ໃນຫລາຍມາດຕະການທີ່ສໍາຄັນ ​ເພື່ອເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບ​ຮຽບຮ້ອຍ ປາສະຈາກບັນຫາຢາເສບຕິດຢ່າງສິ້ນເຊີງ. ນອກຈາກນີ້, ຍັງມີການຮ່ວມມືອື່ນໆ ໃນ​ລະດັບ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ຂັ້ນ​ແຂວງ ໃນການປະສານງານແກ້ໄຂ, ມ້າງຄະດີຢາເສບຕິດ ເຊິ່ງມີຜົນສໍາເລັດຫລາຍດ້ານເຊັ່ນ: ການຢຶດຈັບຢາເສບຕິດ ແລະ ຜູ້ຄ້າລາຍໃຫຍ່ໄດ້ຢ່າງຫລວງຫລາຍ. ສິ່ງເຫລົ່ານັ້ນ, ເປັນການສະແດງເຖິງການ​ເພີ່ມ​ທະວີ ສາຍພົວພັນ​ຮ່ວມ​ມື​ທີ່ດີ ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ​ ລາວ-​ໄທ, ໄທ-ລາວ ໃຫ້ນັບມື້ເປັນຮູບປະທໍາ ແລະ ກ້າວເຂົ້າສູ່ຄວາມເປັນຈິງ. ພ້ອມນັ້ນ, ສອງຝ່າຍຍັງຈະໄດ້ກໍານົດແຜນການ ໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມສອດຄ່ອງກັນ ແລະ ມີການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ເຮັດ​ໃຫ້​ຊາຍ​ແດນ​ ກາຍເປັນຊາຍແດນແຫ່ງ​ສັນຕິພາບ, ມິດຕະພາບ, ມີ​ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ດ້ານຕ່າງໆ​ ທີ່ສອດຄ່ອງ​ກັບ​ທ່າ​ອ່ຽງລວມ​ໃນ​ຂົງ​ເຂດ​, ອະນຸ​ພາກ​ພື້ນ ​ແລະ ສາກົນ, ທັງ​ເປັນ​ການສ້າງສະພາບ​ແວດ​ລ້ອມ​ ທີ່​​ເອື້ອ​ອຳນວຍໃຫ້​ສອງ​ປະ​ເທດ​ ​ໄດ້​ພັດທະນາ​ກ້າວ​ໄປ​ສູ່​ ຄວາມ​ສີວິ​ໄລ ແລະ ປາສະ ຈາກສິ່ງເສບຕິດ. ພ້ອມດຽວກັນ, ຍັງເປັນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ ເຊິ່ງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ປະຊາຊົນທັງສອງປະ ເທດ ສາມາດທໍາມາຫາກິນ ປະກອບອາຊີບ, ເຮັດທຸລະກິດການຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ສາມາດເດີນທາງໄປມາຫາສູ່ກັນ ຢ່າງສະດວກສະບາຍ ແລະ ມີຄວາມປອດໄພ.




ສໍາລັບ ສປປ ລາວ ມີຊາຍແດນຕິດຈອດກັບ ຣາຊະອານາຈັກໄທ ໂດຍມີແມ່ນໍ້າຂອງໄຫລຜ່ານກາງ ທັງໝົດ
9 ແຂວງ ແລະ ໄດ້ຕິດຈອດກັບ 12 ແຂວງ ຂອງຣາຊະອານາຈັກໄທ. ດັ່ງນັ້ນ, ການພົວພັນຮ່ວມມືກັນ ຈຶ່ງເປັນສິ່ງຈໍາເປັນ ແລະ ສໍາຄັນໃນການຮ່ວມມືແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍສິ່ງຜິດກົດໝາຍຕ່ແລະ ບັນຫາອື່ນໆ ຕາມບໍລິເວນຊາຍແດນ ໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ.




ໂອກາດ​ນີ້,
ຄະນະປະທານທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ເພື່ອເປັນການສືບຕໍ່ການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ຢ່າງຮອບດ້ານ ໃນການແກ້ໄຂບັນຫາຢາເສບຕິດ ບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ ໃນອະນາຄົດ ຕື່ມ​ອີກ.

ຂ່າວ: ອາຫວຸ້ນ

KPL