ລັດຖະບານລາວ-ໄອເອັຟຊີ ປັບປຸງສະພາບ ແວດລ້ອມອໍານວຍ ໃຫ້ແກ່ການລົງທຶນພາກເອກະຊົນ

ຂປລ. ອົງການການເງິນສາກົນ (IFC) ໄດ້ຮ່ວມມືກັບ ລັດຖະບານ ສປປ ລາວ ປັບປຸງລະບຽບກົດໝາຍ ສໍາລັບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP), ຕັດຮອນຂັ້ນຕອນການລົງທຶນ ແລະ ການດຳເນີນງານ ແລະ ປັບປຸງ ສະພາບແວດລ້ອມ ການດໍາເນີນທຸລະກິດໂດຍລວມໃນ ສປປ ລາວ.
ພິທີເປີດໂຄງການຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ ແລະ ອົງການການເງິນສາກົນ ເພື່ອຈັດຕັ້ງປະຕິບັດໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການລົງທຶນຂອງພາກເອກະຊົນ ຈັດຂຶ້ນໃນວັນທີ 16 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເຊິ່ງຜ່ານການຮ່ວມມືຄັ້ງນີ້, ກົມສົ່ງເສີມການການລົງທຶນ, IFC ພ້ອມກັບ ທະນາຄານໂລກ ຈະນໍາເອົາການປະຕິບັດທີ່ດີທີ່ສຸດໃນລະດັບສາກົນ ມາປັບປຸງຂັ້ນຕອນການປະມູນ, ເພີ່ມຄວາມໂປງໃສ ແລະ ປະສິດທິພາບ ຂອງໂຄງການ PPP ພ້ອມທັງ ສະໜັບສະໜູນການລິເລີ່ມ ສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ລັດ ໂດຍນໍາໃຊ້ປະສົບການຕົວຈິງ ເຂົ້າໃນການພັດທະນາໂຄງການ PPP. ຈຸດປະສົງ ເພື່ອດຶງດູດການລົງທຶນເອກະຊົນເຂົ້າໃນຂະແໜງ ການສຳຄັນ ເຊັ່ນ: ກະສິກຳ, ການຂົນສົ່ງ ແລະ ກິດຈະກໍາທຸລະກິດທີ່ກ່ຽວຂ້ອງກັບສີຂຽວ ເຊິ່ງມີຄວາມສຳຄັນຕໍ່ເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ການສ້າງວຽກເຮັດງານທຳ. ຜ່ານການສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນ, ການເປັນຄູ່ຮ່ວມມື ຈະຊ່ວຍສ້າງໂອກາດ ການສ້າງວຽກເຮັດງານທຳ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງປະເທດ.
ທ່ານ ວັນທະນາ ນໍລິນທາ ຫົວໜ້າກົມສົ່ງເສີມສົ່ງເສີມການລົງທຶນ ໄດ້ກ່າວວ່າ: ການອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນເອກະຊົນ ເປັນສິ່ງສຳຄັນສຳລັບ ການພັກດັນການເຕີບໂຕທາງເສດ ຖະກິດ ແລະ ສ້າງວຽກເຮັດງານທຳໃນປະເທດລາວ, ການຮ່ວມມື ກັບ IFC ຈະຊ່ວຍພວກເຮົາ ປັບປຸງກອບລະບຽບກົດໝາຍ ສໍາລັບ PPP ແລະ ຕັດຮອນຂັ້ນຕອນການລົງທຶນໃຫ້ກະທັດຮັດ, ເຮັດໃຫ້ ການດຳເນີນທຸລະກິດ ໃນປະເທດງ່າຍຂຶ້ນ. ການນຳໃຊ້ຄວາມຊ່ຽວຊານຂອງ IFC, ພວກເຮົາສາມາດ ແນ່ໃຈວ່າ ໂຄງການ PPP ຈະໄດ້ຮັບການພັດທະນາ ຕາມມາດຕະຖານສາກົນ, ສ້າງສະພາບແວດລ້ອມທີ່ດີຂຶ້ນ ເພື່ອດຶງດູດການລົງທຶນເອກະຊົນ ໂດຍສະເພາະ ການລົງທຶນໂດຍກົງຈາກຕ່າງປະເທດ ໃນຂະ ແໜງອຸດສາຫະກຳທີ່ເປັນຍຸດທະສາດ.
ທ່ານ ໂທມັດ ເຈມ ເຈຄອບ ຜູ້ຕາງຫນ້າ IFC ປະຈຳພາກພື້ນ ຫວຽດນາມ, ສປປ ລາວ ແລະ ກຳປູເຈຍ ໄດ້ກ່າວວ່າ: ຜ່ານການເປັນຄູ່ຮ່ວມມືນີ້, IFC ຕັ້ງໃຈ ທີ່ຈະສະໜັບສະໜູນແຜນການປັບປຸງ ຂອງ ສປປ ລາວ, ຊ່ວຍປະເທດໃຫ້ສາມາດເພີ່ມຂີດຄວາມສາມາດຂອງພາກເອກະຊົນ ແລະ ຜັກດັກການສ້າງວຽກເຮັດງານທຳ ໃນອຸດສາຫະກຳສຳຄັນ.
ການຮ່ວມມື ລະຫວ່າງ IFC ແລະ ລັດຖະບານ ສປປ ລາວ ແມ່ນສ້າງຂຶ້ນບົນພື້ນຖານ ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ສໍາລັບຄວາມພະຍາຍາມ ໃນການປັບປຸງຄວາມສະດວກ ໃນການດຳເນີນທຸ ລະກິດຢູ່ພາຍໃນປະເທດ ໂດຍປັບປຸງຂັ້ນຕອນການເຂົ້າມາລົງທຶນ ແລະ ຂັ້ນຕອນການດໍາເນີນງານໃຫ້ງ່າຍຂຶ້ນ, ການເປັນຄູ່ຮ່ວມມື ແມ່ນມີຈຸດປະສົງທີ່ຈະຫລຸດຜ່ອນອຸປະສັກ ສຳລັບນັກລົງທຶນ, ສົ່ງເສີມ ການພັດທະນາເສດຖະກິດແບບຍືນຍົງ ແລະ ສ້າງໂອກາດໃນການສ້າງວຽກເຮັດງານທຳ.