ຍົກສູງສະຕິລະວັງຕົວໃນການ ຮັບ- ຈ່າຍ ທະນະບັດ ໃບ 50.000 ກີບ

17/06/2025 20:03
Email Print 83
KPL - Asean 2024 ຂປລ. ທະນາຄານແຫ່ງ ສປປ ລາວ​ ໄດ້ອອກແຈ້ງການເຖິງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ,​ ພະນັກງານ​-ລັດຖະກອນ, ນັກຮຽນ​-ນັກສຶກສາ, ທະຫານ ແລະ ຕຳຫລວດ ໃນຂອບເຂດທົ່ວປະເທດ ກ່ຽວ​ກັບ​ການຍົກສູງສະຕິ​ ກ່ອນການຮັບ​-ຈ່າຍ ທະນະບັດປະເພດໃບ 50.000 ກີບ





ຂປລ. ທະນາຄານແຫ່ງ ສປປ ລາວ​ ໄດ້ອອກແຈ້ງການເຖິງ ພໍ່ແມ່ປະຊາຊົນ
, ພໍ່ຄ້າຊາວຂາຍ,​ ພະນັກງານ​-ລັດຖະກອນ, ນັກຮຽນ​-ນັກສຶກສາ, ທະຫານ ແລະ ຕຳຫລວດ ໃນຂອບເຂດທົ່ວປະເທດ ກ່ຽວ​ກັບ​ການຍົກສູງສະຕິ​ ກ່ອນການຮັບ​-ຈ່າຍ ທະນະບັດປະເພດໃບ 50.000 ກີບ ​ເນື່ອງ​ຈາກ​ວ່າ ໃນປະຈຸບັນ, ໄດ້ມີກຸ່ມຄົນບໍ່ດີສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ ດ້ວຍການປອມແປງ ແລະ ນໍາເອົາທະນະບັດ ສະກຸນເງິນກີບ ປະເພດໃບ 50.000 ກີບ ລຸ້ນປີ 2004 ອອກມາໃຊ້ຈ່າຍໃນສັງຄົມ ໂດຍສະເພາະຢູ່ ນະຄອນຫລວງວຽງຈັນ, ຊຶ່ງທາງເຈົ້າໜ້າທີ່ໄດ້ກວດພົບເຫັນ ຕາມເລກລໍາດັບ (Serial number) BE 0814372, BG 1506988, BH 8482734 ແລະ BI 2068330, 0583754.




ຮູບແບບການປອມແປງ ແມ່ນໄດ້ນໍາໃຊ້ເຄື່ອງຈັກພິມຂຶ້ນມາສະເພາະ
, ມີຮູບແບບສີສັນ ລວດ ລາຍຄ້າຍຄືທະນະບັດ ປະເພດໃບ 50.000 ກີບ ຮຸ່ນປີ 2004 ແທ້ ແລະ ມີຄວາມແຕກຕ່າງຈາກການພົບເຫັນ ທະນະບັດປອມໃນໄລຍະຜ່ານມາ ​(ການນໍາເອົາເງິນແທ້ໄປກ໋ອບປີ້ສີ Copy ໃສ່ເຈ້ຍ A4 ທໍາມະດາ). ສະນັ້ນ, ກ່ອນຈະຮັບ​-ຈ່າຍ ທະນະບັດສະກຸນເງິນກີບ ປະເພດໃບ 50.000 ກີບ ຮຸ່ນປີ 2004 ທຸກໆຄັ້ງ ຕ້ອງເປັນເຈົ້າການກວດກາເບິ່ງ ໃຫ້ລະອຽດ ຕາມຄຸນລັກສະນະຂອງວິທີການສັງເກດທະນະບັດແທ້ (ຢູ່ Platform Facebook ຂອງ ທຫລ ສະບັບ ເລກທີ 66/ຫກ, ລົງວັນທີ 26 ເມສາ 2024).




ສໍາລັບກຸ່ມຄົນທີ່ບໍ່ດີ ທີ່ສ້າງຄວາມປັ່ນປ່ວນ​ ໂດຍການນໍາເອົາເງິນປອມ ອອກມາໃຊ້ຈ່າຍໃນສັງ ຄົມ
, ທະນາຄານ ແຫ່ງ ສປປ ລາວ ພວມສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຮີບຮ້ອນປະຕິບັດມາດຕະການຕ່າງໆ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍຂອງ ສປປ ລາວ.




ກໍລະນີພົບເຫັນ ຫລື ຮູ້ຂໍ້ມູນແຫລ່ງທີ່ມາຂອງທະນະບັດປອມດັ່ງກ່າວ, ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ຕຳຫລວດ ຫລື ທະນາຄານແຫ່ງ ສປປ ລາວ (ກົມພິມຈຳໜ່າຍ ເບີໂທ
020 58007361, 020 59999632), ສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອ ແຂວງອຸດົມໄຊ(856-81) 260012, ແຂວງຫລວງພະບາງ (856-71) 260700, ແຂວງຊຽງຂວາງ (856-61) 260030; ພາກກາງ ແຂວງສະຫວັນນະເຂດ (856-41) 260305; ພາກໃຕ້ ແຂວງຈຳປາສັກ (856-31) 214129 ແລະ ທະນາຄານທຸລະກິດໃນຂອບເຂດທົ່ວປະເທດ.

KPL