ສ.ອາເມລິກາ ຕັດງົບປະມານດ້ານສາທາລະນະສຸກທົ່ວໂລກ ເປັນໄພຂົ່ມຂູ່ຕໍ່ຊີວິດ


ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈິນ,ເມື່ອບໍ່ດົນມານີ້, ທ່ານ ເຕໂດຣສ ແອັດຮານອມ ເກເບຣເຢຊຸສ, ຜູ້ອຳນວຍການໃຫຍ່ ອົງການ ອະນາໄມໂລກ ກ່າວວ່າ: ສ.ອາເມລິກາ ຕັດງົບປະມານ ດ້ານສາທາລະນະສຸກທົ່ວໂລກ ອາດຈະເປັນໄພຂົ່ມຂູ່ຕໍ່ຊີວິດ ຂອງຫລາຍລ້ານຄົນ ໃນທົ່ວໂລກ. ພ້ອມທັງ ເຕືອນໃຫ້ ສ.ອາເມລິກາ ແລະ ປະເທດ ທີ່ໄດ້ຮັບຜົນກະທົບ ດຳເນີນການເຈລະຈາ ເພື່ອວາງແຜນການແກ້ໄຂ ທີ່ມີຄວາມຍືນຍົງ ກວ່າເກົ່າ ແລະ ຫລີກລ່ຽງ ບໍ່ໃຫ້ມີຜົນເສຍຫາຍ ທາງດ້ານຊີວິດ.ພາຍຫລັງ ສ.ອາເມລິກາ ໄດ້ຕັດງົບປະມານດ້ ານສາທາລະນະສຸກທີ່ ສະໜອງ ໃຫ້ແກ່ ປະເທດອື່ນ ໂດຍຜ່ານອົງການພັດທະນາສາກົນ ອາເມລິກາ, ສູນປ້ອງກັນ ແລະ ຄວບຄຸມພະຍາດ ອາເມລິກາ ແລະ ອົງການອື່ນໆ ຢ່າງທະທັນຫັນ, ອາດ ຈະສົ່ງຜົນກະທົບ ຕໍ່ຄວາມຄືບໜ້າ ຂອງທົ່ວໂລກ ໃນການປ້ອງກັນ ແລະ ປິ່ນປົວ ມາເລເຣຍ, ພະຍາດເອດ, ພະຍາດວັນນະໂລກ ແລະ ພະຍາດອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ