ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ

09/10/2026 00:50
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພະແນກສຶກສາທິ ການ ແລະ ກິລາ (ສສກ) ແຂວງ ຄໍາມ່ວນ ສະເຫລີມສະຫລອງວັນ ຄູແຫ່ງຊາດ ຄົບຮອບ 32 ປີ ໃນ ວັນທີ 6 ຕຸລາ 2026 ໂດຍການ ເປັນປະທານຂອງ ທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ຂະແໜງ ການ, ພະນັກງານບໍານານ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ສີສົມພອນ ສິງຫາລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຍົກໃຫ້ເຖິງ ປະຫວັດຄວາມເປັນມາຂອງວັນ ຄູແຫ່ງຊາດ, ຄໍາວ່າ “ຄູ” ແມ່ນຄໍາເວົ້າທີ່ສືບທອດກັນຫລາຍເຊັ່ນ ຄົນມາແລ້ວ. “ຄູ” ໝາຍເຖິງ ຜູ້ ຖ່າຍທອດຄວາມຮູ້, ທັກສະ ແລະ  ຄຸນສົມບັດທ່ີດີໃຫ້ແກ່ນັກຮຽນ, ນອກເໜືອຈາກການສອນແລ້ວ ຄູຍັງເປັນຜູ້ຊີ້ນໍາ, ສົ່ງເສີມ ແລະ  ພັດທະນານັກຮຽນໃຫ້ເຕີບໃຫຍ່ ຢ່າງມີຄຸນນະພາບ, ຄູຖືກຍອມຮັບ ວ່າເປັນ “ຊ່າງສ້ອມຊີວິດ”, ເນ່ືອງ ຈາກມີບົດບາດສໍາຄັນໃນການ ກໍ່ສ້າງຄົນຮຸ່ນໃໝ່ຂອງຊາດ, ຜູ້ມີ ສ່ວນຮ່ວມໃນການອົບຮົມສືບທອດ ຄຸນຄ່າ, ປະເພນີ ແລະ ວັດທະນະ ທໍາອັນດີງາມຂອງຊາດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງວິວັດທະນາ ການຂອງການສຶກສາໃນອະດີດຈົນ ເຖິງປັດຈຸບັນ ໂດຍສະເພາະ ນາຍຄູ  ຄໍາ ທີ່ເປັນຜູ້ປູພື້ນຖານໃຫ້ແກ່ການ ສຶກສາລາວ.

ໂອກາດນີ້, ທ່ານ ອຸດຕະມະ  ຈັນນີຍະວົງ ໄດ້ຍົກໃຫ້ເຫັນເຖິງ ບົດບາດ, ຄວາມໝາຍ, ຄວາມສໍາ ຄັນຂອງການສຶກສາ ໂດຍສະເພາະ  ຄູ-ອາຈານແມ່ນເປັນບຸກຄົນທ່ີສໍາ ຄັນໃນການຖ່າຍທອດບົດຮຽນ,  ຄວາມຮູ້, ຄວາມສາມາດ ແລະ  ປະສົບການໃຫ້ແກ່ນັກຮຽນ ຫລື  ເອີ້ນອີກຢ່າງໜຶ່ງວ່າ: ການຮຽນ- ການສອນ ກໍຄືການສົ່ງຄວາມຮູ້ ຈາກຄູ-ອາຈານ ໄປສູ່ຜູ້ຮັບເອົາ ຄວາມຮູ້ກໍຄືນັກຮຽນ ໂດຍຕິດພັນ ກັບ 5 ຄຸນລັກສະນະຂອງການ ສຶກສາ ແລະ ການຈັດຕັ້ງປະຕິບັດ  10 ຕົວຊີ້ບອກ, ປັດຈຸບັນທົ່ວແຂວງ ປະຕິບັດບັນລຸແລ້ວ 8 ຕົວຊີ້ບອກ,  ຍັງບໍ່ບັນລຸ 2 ຕົວຊີ້ບອກ. ນອກ ຈາກນັ້ນ, ຍັງໄດ້ຍົກໃຫ້ເຖິງຜົນ ສໍາເລັດໃນຂະບວນການແຂ່ງຂັນ ກິລາ ແລະ ການແຂ່ງຂັນນັກຮຽນ ເກັ່ງໃນທົ່ວປະເທດໃນໄລຍະຜ່ານ ມາຕື່ມອີກ.

KPL