ຄູປະຈຳການ 12 ເມືອງເປົ້າໝາຍທົ່ວປະເທດ ຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໄລຍະພັກຮຽນ

08/10/2026 10:48
Email Print 83
KPL - Asean 2024 ໃນໄລຍະພັກຮຽນສົກຮຽນ 2025-2026 (ເດືອນມິຖຸນາ ຫາ ສິງຫາ 2026) ຜ່ານມາ, ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນຮ່ວມມືສາກົນເພື່ອການສຶກສາຜ່ານກອງທຶນການຫັນປ່ຽນລະບົບການສຶກສາໄດ້ສືບຕໍ່ໃຫ້ການສະໜອງທຶນແກ່ຄູສອນ ເພື່ອຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໃນໄລຍະພັກຮຽນ.

ໂຄງການດັ່ງກ່າວ, ມີຈຸດປະສົງເພື່ອສົ່ງເສີມໃຫ້ຄູປະຈໍາການຈຳນວນ 476 ທ່ານໄດ້ຮັບໂອກາດພັດທະນາຕົນເອງ ໂດຍສະເພາະແມ່ນການຍົກລະດັບການສຶກສາເພື່ອຄວາມກ້າວໜ້າໃນໜ້າທີ່ວຽກງານ. ສຳລັບ 12 ເມືອງເປົ້າໝາຍດັ່ງກ່າວ ປະກອບມີ ແຂວງຫຼວງນໍ້າທາ: ເມືອງວຽງພູຄາ; ແຂວງຫຼວງພະບາງ: ເມືອງວຽງຄໍາ, ເມືອງງອຍ, ເມືອງນໍ້າບາກ ແລະ ເມືອງຈອມເພັດ; ແຂວງວຽງຈັນ: ເມືອງໝື່ນ, ເມືອງຫີນເຫີບ, ເມືອງແມດ ແລະ ເມືອງໂພນໂຮງ; ແຂວງໄຊສົມບູນ: ເມືອງຮົ່ມ; ແຂວງສາລະວັນ: ເມືອງຕຸ້ມລານ ແລະ ເມືອງສະໝ້ອຍ.

ການສະໜອງທຶນຄັ້ງນີ້ ແນໃສ່ໃຫ້ຄູທີ່ຈົບຊັ້ນກາງ ໄດ້ສືບຕໍ່ຍົກລະດັບການສຶກສາໃຫ້ຈົບຂັ້ນອະນຸປະລິນຍາ (ຊັ້ນສູງ) ແລະ ຄູທີ່ຈົບຂັ້ນອະນຸປະລິນຍາ ສືບຕໍ່ໃຫ້ຈົບຂັ້ນປະລິນຍາຕີ. ຫຼັງຈາກສິ້ນສຸດການຮຽນແບບຕໍ່ເນື່ອງໃນໄລຍະພັກຮຽນແລ້ວ, ຄູທັງໝົດໄດ້ກັບຄືນໄປປະຕິບັດໜ້າທີ່ສອນຊັ້ນປະຖົມສຶກສາ ແລະ ອະນຸບານໃນໂຮງຮຽນທີ່ຕົນສັງກັດຢູ່, ພ້ອມທັງຈະສືບຕໍ່ເຂົ້າສຶກສາໃນລະບົບແບບຕໍ່ເນື່ອງດັ່ງກ່າວ ໃນໄລຍະພັກສິ້ນປີຮຽນຈົນກວ່າຈະຈົບຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້.

ຜ່ານການລົງຕິດຕາມ ແລະ ສຳພາດຄູຜູ້ໄດ້ຮັບທຶນຈໍານວນໜຶ່ງຢູ່ເມືອງໂພນໂຮງ, ເມືອງຫີນເຫີບ, ເມືອງສະມ້ວຍ, ເມືອງນໍ້າບາກ ແລະ ເມືອງວຽງຄໍາ. ບັນດາຄູໄດ້ສະແດງຄວາມຄິດເຫັນຕໍ່ກັບຄວາມສຳຄັນຂອງຫຼັກສູດການຮຽນແບບຕໍ່ເນື່ອງໃນໄລຍະພັກສິ້ນປີຮຽນນີ້ວ່າ: ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບທຶນໃນຄັ້ງນີ້ ແລະ ຈະນໍາເອົາຄວາມຮູ້ທີ່ໄດ້ຮັບມາຜັນຂະຫຍາຍພ້ອມທັງດັດປັບວິທີການສອນ ເພື່ອໃຫ້ນັກຮຽນມີສ່ວນຮ່ວມຫຼາຍຂຶ້ນ, ສົ່ງເສີມໃຫ້ນັກຮຽນມີຄວາມກະຕືລືລົ້ນ ແລະ ສ້າງສະພາບແວດລ້ອມໃນຫ້ອງຮຽນໃຫ້ເກີດການແລກປ່ຽນແນວຄວາມຄິດຢ່າງກວ້າງຂວາງ.

KPL