ແຊບນົວສົມຄຳລື “ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ” ຈັດໂປພິເສດຕອບແທນລູກຄ້າ

08/10/2026 10:42
Email Print 83
KPL - Asean 2024 ຂປລ. ຖ້າເວົ້າເຖິງອາຫານປີ້ງທີ່ມີລົດຊາດເປັນເອກະລັກ ແລະ ມີກິ່ນອາຍອາຫານລາວແບບເຂັ້ມຂຸ້ນ “ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ” ແມ່ນອີກໜຶ່ງຮ້ານທີີ່ມີລູກຄ້າຮູ້ຈັກເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈຸດເດັ່ນຂອງຮ້ານຢູ່ທີ່ລົດຊາດປີ້ງໄກ່ທາປາແດກທີ່ເຂັ້ມຂຸ້ນ, ວັດຖຸດິບສົດໃໝ່ ແລະ ມີອາຫານໃຫ້ເລືອກຫລາກຫລາຍບໍ່ວ່າຈະເປັນໄກ່ປີ້ງ, ໄກ່ຕົ້ມ, ໝົກ, ໄກ່ສົດ ແລະ ເຄື່ອງໃນໄກ່.

ຂປລ. ຖ້າເວົ້າເຖິງອາຫານປີ້ງທີ່ມີລົດຊາດເປັນເອກະລັກ ແລະ ມີກິ່ນອາຍອາຫານລາວແບບເຂັ້ມຂຸ້ນ “ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ” ແມ່ນອີກໜຶ່ງຮ້ານທີີ່ມີລູກຄ້າຮູ້ຈັກເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈຸດເດັ່ນຂອງຮ້ານຢູ່ທີ່ລົດຊາດປີ້ງໄກ່ທາປາແດກທີ່ເຂັ້ມຂຸ້ນ, ວັດຖຸດິບສົດໃໝ່  ແລະ ມີອາຫານໃຫ້ເລືອກຫລາກຫລາຍບໍ່ວ່າຈະເປັນໄກ່ປີ້ງ, ໄກ່ຕົ້ມ, ໝົກ, ໄກ່ສົດ ແລະ ເຄື່ອງໃນໄກ່. ນອກຈາກລົດຊາດທີ່ເປັນຈຸດຂາຍແລ້ວ, ຮ້ານຍັງເອົາໃຈໃສ່ດ້ານລາຄາໃຫ້ສອດຄ່ອງກັບກຳລັງຊື້ຂອງລູກຄ້າ. ປັດຈຸບັນທາງຮ້ານມີໂປຣໂມຊັນພິເສດໂດຍຊື້ປີ້ງໄກ່ ຫລື ໄກ່ຕົ້ມ 1 ໂຕ ໃນລາຄາ 110.000 ກີບ ຈະແຖມໝົກ 1 ຫໍ່ ແລະ ແຈ່ວ 1 ຖົງ ພ້ອມທັງບໍລິການສົ່ງໃນບາງເຂດຂອງນະຄອນຫລວງວຽງຈັນ (ສຳລັບຄຽງໃກ້ຄຽງແມ່ນສົ່ງຟຣີ).

ທ່ານນາງ ລັດຕະນະພອນ ໄຊຊະນະ ຫລື  ແມ່ປຸ້ຍ ເຈົ້າຂອງຮ້ານປີ້ງໄກ່ແຊບ ທາປາແດກ ໂນນຂີ້ເຫລັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດວ່າ: ກ່ອນຈະໄດ້ມາເຮັດອາຊີບນີ້ຕົນເອງກໍເຄີຍຂາຍເຄື່ອງແຫ້ງມາກ່ອນ ແຕ່ກຳໄລຈາກການຂາຍເຄື່ອງແຫ້ງແມ່ບໍ່ຫລາຍກໍາໄລກໍມີແຕ່ 500 -1.000 ກີບເທົ່ານັ້ນ. ຈາກນັ້ນ ຈຶ່ງເກີດມີແນວຄິດວ່າ ຖ້າຫັນມາປີ້ງໄກ່ຂາຍ  ແລະ ສາມາດສ້າງກຳໄລໂຕໜຶ່ງ 5.000 ກີບ ກໍໄດ້ກຳໄລຫລາຍກວ່າຂາຍເຄື່ອງແຫ້ງ ກໍໜ້າຈະເປັນອາຊີບທີ່ີສາມາດສ້າງລາຍໄດ້. ດ້ວຍເຫດນີ້ໃນປີ 2016 ຈຶ່ງຕັດສິນໃຈຫັນມາເຮັດປີ້ງໄກ່ຂາຍ. ໃນໄລຍະເລີ່ມຕົ້ນບໍ່ໄດ້ງ່າຍຢ່າງທີ່ຄິດ ເພາະຮັບຜິດຊອບເອງທຸກຢ່າງ ຕັ້ງແຕ່ການຊອກຫາວັດຖຸດິບ, ການຄິດຄົ້ນສູດ, ການປຸງແຕ່ງ, ການປີ້ງ ໄປຈົນເຖິງການຂາຍ ແລະ ການບໍລິການລູກຄ້າ, ຕ້ອງອາໄສຄວາມອົດທົນ, ຂະຫຍັນພຽນ ແລະ ຄ່ອຍໆສ້າງຄວາມໄວ້ວາງໃຈຈາກລູກຄ້າຈົນກາຍມາເປັນຮ້ານທີ່ມີຄົນຮູ້ຈັກໃນປັດຈຸບັນ.

ສໍາລັບການຂາຍ ປີ້ງໄກ່, ຕົ້ມໄກ່  ຂອງຮ້ານບໍ່ໄດ້ກຳນົດຕາຍໂຕ ເພາະຕົ້ນທຶນວັດຖຸດິບອາດມີການປ່ຽນແປງຕາມສະພາບຕະຫລາດ, ຖ້າຕົ້ນທຶນສູງຂຶ້ນລາຄາອາດປັບຂຶ້ນຕາມຄວາມເໝາະສົມ ແລະ ຖ້າຕົ້ນທຶນຫລຸດລົງ ກໍພະຍາຍາມປັບລາຄາລົງ ເພື່ອໃຫ້ລູກຄ້າໄດ້ບໍລິໂພກອາຫານລົດຊາດແຊບຊ້ອຍໃນລາຄາທີ່ເໝາະສົມ. ສ່ວນລາຄາໃນໄລຍະນີ້ ໄກ່ປີ້ງ, ໄກ່ຕົ້ມ ແມ່ນໂຕລະ 110.000 ກີບ ແຖມໝົກ 1 ຫໍ່ ແລະ  ແຈ່ວ1 ຖົງ. ສ່ວນໄກ່ສົດ ເລີ່ມຕົ້ນ 55.000 ກີບຕໍ່ໂຕ (ໄກ່ໃຊ້ນ້ອຍ) ໂດຍລາຄາອາດຂຶ້ນກັບຂະໜາດຂອງໄກ່, ພ້ອມນີ້ທາງຮ້ານຍັງມີບໍລິການສົ່ງຟີໃນບາງເຂດໃກ້ບ້ານ ແລະເຂດທີ່ຢູ່ໄກແມ່ນບວກຄ່າຂົນສົ່ງເພີ່ມ. ນອກຈາກຂາຍຢູ່ໜ້າຮ້ານແລ້ວ, ຍັງມີບໍລິການຮັບງານນອກສະຖານທີ ເລີ່ມຕົ້ນ 70 ໂຕ ,ໂຕໜຶ່ງ 130.000 ກີບ. ນອກນີ້, ຈຸດເດັ່ນອີກຢ່າງຂອງຮ້ານຄື ການໃຫ້ຄວາມສຳຄັນກັບວັດຖຸດິບໂດຍເລືອກນຳໃຊ້ໄກ່ຈາກຟາມລ້ຽງທີ່ຢູ່ໃນລາວ ແລະ ເນັ້ນວັດຖຸດິບສົດໃໝ່. ໄກ່ແຕ່ລະໂຕຢູ່ຮ້ານຂອງພວກເຮົາໄກ່ຈາກບໍລິສັດ ຊີພີ ແລະ ເພັນທາໂກ ທີ່ລ້ຽງຢູ່ລາວ ເພາະເປັນຟາມໄກ່ທີ່ໄດ້ມາດຕະຖານ ແລະ ໄກ່ທຸກໂຕແມ່ນໄດ້ຜ່ານການກວດຢ່າງຄັກແນ່. ສ່ວນຂັ້ນຕອນການໝັກໄກ່ ແມ່ນຈະໝັກດ້ວຍສູດຂອງຮ້ານໄວ້ຂ້າມຄືນ ເພື່ອໃຫ້ເຄື່ອງປຸງຊຶມເຂົ້າໃນຊີ້ນໄກ່ ກ່ອນຈະນຳໄປປີ້ງດ້ວຍຄວາມແຮງທີ່ເໝາະສົມ ຊຶ່ງວິທີນີ້ເຮັດໃຫ້ໄກ່ປີ້ງມີກິ່ນຫອມ, ລົດຊາດແຊບຊ້ອຍເຂັ້ມຂຸ້ນ ແລະ ຊີ້ນໄກ່ມີຄວາມນຸ່ມ ໄວ້ບໍລິການລູກຄ້າທີ່ໜ້າຮັກທຸກຄົນ.

ທ່ານນາງ ລັດຕະນະພອນ ເວົ້າເສີມວ່າ: ປັດຈຸບັນ ຮ້ານປີ້ງໄກ່ທາປາແດກ​ໂນນ​ຂີ່​ເຫລັກ ນັບນື້ນັບເປັນທີ່ຮູ້ຈັກ ແລະ ຕ້ອງການຂອງຜູ້ບໍລິໂພກຫລາຍຂຶ້ນ. ດັ່ງນັ້ນ, ໃນອະນາຄົດທາງຮ້ານມີແຜນຂະຫຍາຍສາຂາແຟນຊາຍ ໃນນະຄອນຫລວງວຽງຈັນ ເພີ່ມອີກປະມານ 5 - 6 ຮ້ານ ຕາມບ້ານຕ່າງໆ ເຊັ່ນ: ບ້ານຄໍາສະຫວາດ, ດົງໂດກ, ໜອງພະຍາ, ໜອງໜ້ຽງ, ໂຊກນ້ອຍ ເສັ້ນທາງ 450 ປີ, ຮ່ອງຄ່າ ແລະ ຫົວຂົວ ເປັນຕົ້ນ ເພື່ອໃຫ້ລູກຄ້າສາມາດເຂົ້າມາກິນພາຍໃນຮ້ານໄດ້. ນອກຈາກນັ້ນ ຍັງມີແຜນຂາຍແບບເປັນຕູ້ແຄມທາງ ສຳລັບຊື້ກັບບ້ານ ເພື່ອເປີດໂອກາດໃຫ້ຜູ້ທີ່ສົນໃຈເຂົ້າມາຮ່ວມທຸລະກິດໄດ້ງ່າຍຂຶ້ນ ແລະ ພ້ອມທັງຂະຫຍາຍຈຸດບໍລິການໃຫ້ກວ້າງຂວາງ ເພື່ອເປັນການອໍານວຍຄວາມສະດວກໃຫ້ຜູ້ບໍລິໂພກຫລາຍຂຶ້ນ.  

 ເອົາເປັນວ່າ ລູກຄ້າທ່ານໃດທີ່ຢາກລອງຊີມ ຫລື ຢາກສັ່ງປີ້ງໄກ່ແຊບໆໄປຮັບປະທານຢູ່ບ້ານ ກໍສາມາດມາຊື້ຢູ່ໜ້າຮ້ານໄດ້ ໂດຍຮ້ານ ຕັ້ງຢູ່ບ້ານ ໂນນຂີ້ເຫລັກ ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ ຫລື ສັ່ງຊື້ໄດ້ ທາງເພສ ຮ້ານປີ້ງໄກ່ທາປາແດກ ໂນນຂີ້ເຫລັກ ຫລື ເບີ 020 55077775.

ໂດຍ: ມາລີດາ

KPL