ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງ
ເອກະສານທີ່ນຳມາເຜີຍແຜ່ຄັ້ງ ນີ້, ມີກົດໝາຍວ່າດ້ວຍການປະກັນ ສັງຄົມ, ຂໍ້ຕົກລົງເລກທີ 2790/ ຮສສ, ລົງວັນທີ 10 ກໍລະກົດ 2026 ວ່າດ້ວຍຊຸດຜົນປະໂຫຍດ ທາງການແພດ ແລະ ວິທີຈ່າຍເງິນ ປະກັນສຸຂະພາບ ພ້ອມທັງທົບທວນ ຄືນນະໂຍບາຍປະກັນສັງຄົມ ຕາມກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ 21 ມິຖຸນາ 2018 ແລະ ບາງມາດ ຕາທີ່ໄດ້ປັບປຸງໃໝ່ ເພື່ອໃຫ້ຜູ້ເກີດ ສິດປະກັນສັງຄົມ ພາກລັດ, ພາກ ວິສາຫະກິດ ແລະ ຜູ້ປະກັນຕົນ ແບບສະໝັກໃຈໄດ້ຮັບຮູ້ຢ່າງທົ່ວ ເຖິງ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບສະພາບເສດຖະກິດ- ສັງຄົມໃນປັດຈຸບັນ.
ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມຍັງໄດ້ຮ່ວມກັນສົນທະນາ ແລະ ປະກອບຄຳເຫັນຢ່າງກົງໄປ ກົງມາ ເພື່ອສ້າງຄວາມເຂົ້າໃຈທີ່ ເປັນເອກະພາບຕໍ່ກັບການຈັດຕັ້ງ ປະຕິບັດວຽກງານດ່ັງກ່າວ ໃຫ້ ມີປະສິດທິພາບສູງຂຶ້ນ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮ່ວມ ກັນສົນທະນາ, ແລກປ່ຽນຄຳຄິດ ຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມ ກ່ຽວກັບບັນຫາທ່ີອາດຈະເກີດຂ້ຶນ ໃນພາກປະຕິບັດຕົວຈິງ ເພື່ອສະ ໜອງຫລັກຄ້ຳປະກັນທາງດ້ານສະ ຫວັດດີການແກ່ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ, ຊາວ ຜູ້ອອກແຮງງານ ແລະ ປະຊາຊົນ ທົ່ວໄປທີ່ສະໝັກໃຈເຂົ້າຮ່ວມລະບົບ ໃຫ້ສາມາດເຂົ້າເຖິງການບໍລິການ ປະກັນສັງຄົມຢ່າງເທົ່າທຽມກັນ.
ໂອກາດນີ້, ທ່ານ ຈັນສະໝອນ ອາລິຍາວົງ ໄດ້ເນັ້ນໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການ ປົກຄອງຕາແສງ ແລະ ຄະນະ ປະທານບ້ານ ເອົາໃຈໃສ່ນຳເອົາ ເນື້ອໃນສຳຄັນຂອງກົດໝາຍ ແລະ ນິຕິກຳດັ່ງກ່າວໄປໂຄສະນາເຜີຍ ແຜ່ຕໍ່ໃຫ້ເລິກເຊິ່ງ, ເຖິງຖອງ ແລະ ທົ່ວເຖິງ ທຸກກຸ່ມເປົ້າໝາຍໃນທົ່ວ ເມືອງ ເພື່ອໃຫ້ພະນັກງານ, ເຈົ້າ ຂອງກິດຈະການ, ຊາວຜູ້ອອກແຮງ ງານ ແລະ ປະຊາຊົນເຂ້ົາໃຈເຖິງສິດ, ພັນທະ ແລະ ຜົນປະໂຫຍດທ່ີຈະ ໄດ້ຮັບ ພ້ອມທັງຊຸກຍູ້ໃຫ້ເຂົ້າຮ່ວມ ລະບົບປະກັນສັງຄົມ ແລະ ປະກັນ ສຸຂະພາບໃຫ້ກວ້າງຂວາງກວ່າ ເກົ່າ ໂດຍເນັ້ນໃສ່ການປັບປຸງຄຸນນະ ພາບການບໍລິການທາງການແພດ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ ເພື່ອສ້າງ ຄວາມເຊື່ອໝັ້ນໃຫ້ກຸ່ມເປົ້າໝາຍໃນ ໄລຍະຍາວ.
