ຕັ້ງໜ້າເສີມຂະຫຍາຍບົດບາດການນຳພາ ຂອງພັກ ເຂົ້າໃນຂະບວນການຂອງຊາວໜຸ່ມ

14/03/2025 15:43
Email Print 83
KPL - Asean 2024 ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ໃນຂະບວນປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກໄດ້ນໍາພາດໍາເນີນພາລະກິດ ປະຕິວັດອັນໜັກໜ່ວງ ໃນການນໍາພາປວງຊົນລາວບັນດາເຜົ່າ ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມືຂອງພວກເຂົາ ຢ່າງດຸເດືອດຂ້ຽວຂາດ ເຖິງຈະຫຍຸ້ງຍາກປານໃດກໍຕາມ ດ້ວຍແນວທາງທີ່ຖືກຕ້ອງ, ການນໍາພາທີ່ສະຫລາດສ່ອງໃສ ພັກເຮົາສາມາຍາດໄດ້ໄຊຊະນະເປັນກ້າວໆ



ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ໃນຂະບວນປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກໄດ້ນໍາພາດໍາເນີນພາລະກິດ ປະຕິວັດອັນໜັກໜ່ວງ ໃນການນໍາພາປວງຊົນລາວບັນດາເຜົ່າ ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມືຂອງພວກເຂົາ ຢ່າງດຸເດືອດຂ້ຽວຂາດ ເຖິງຈະຫຍຸ້ງຍາກປານໃດກໍຕາມ ດ້ວຍແນວທາງທີ່ຖືກຕ້ອງ
, ການນໍາພາທີ່ສະຫລາດສ່ອງໃສ ພັກເຮົາສາມາຍາດໄດ້ໄຊຊະນະເປັນກ້າວໆ ມາຈົນເຖິງໄຊຊະນະອັນຍິ່ງໃຫຍ່ຄື: ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຕໍ່ກັບມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ນັ້ນ, ຫ້ອງການຊາວໜຸ່ມກອງທັບ ກໍຄື ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນຖັນແຖວກອງທັບ ໄດ້ຕັ້ງໜ້າເສີມຂະຫຍາຍຜົນງານດັ່ງກ່າວ ເຂົ້າໃນຂະບວນການຂອງຊາວໜຸ່ມ.

ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ມີຄໍາເຫັນໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 -22 ມີນາ 2025) ວ່າ:  ເພື່ອຂໍ່ານັບຮັບຕ້ອນ 70 ປີ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ, ຫ້ອງການຊາວໜຸ່ມ ກອງທັບ ກໍຄື ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນຖັນແຖວກອງທັບ ໄດ້ຕັ້ງໜ້າເສີມຂະຫຍາຍຜົນງານດັ່ງກ່າວ ໄດ້ພ້ອມກັນສ້າງຂະບວນການດ້ານຕ່າງໆ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ໂດຍສະເພາະ ແມ່ນຂະບວນການປະຕິບັດຂໍ້ແຂ່ງຂັນ 4 ບຸກ, ກະກຽມວຽກງານ ຮອບດ້ານ ໃນການດໍາເນີນ ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງ ທີ IX, ໂຄສະນາສຶກສາອົບຮົມຊາວໜຸ່ມໃນທົ່ວກອງທັບ ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ມູນເຊື້ອອັນ ດີງາມຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ຝຶກຝົນ ຮໍ່າຮຽນຄຸນສົມບັດສິນທຳປະຕິວັດ ອັນສູງສົ່ງຂອງບັນດາ ທ່ານຜູ້ນໍາ ໂດຍສະເພາະ ແມ່ນນໍ້າໃຈຮັກຊາດ, ຄວາມສາມັກຄີຮັກແພງ ຂອງປະຊາຊົນລາວບັນດາເຜົ່າ ເສຍສະລະເພື່ອປະເທດຊາດ, ຄວາມພາກພຽນອົດທົນ, ປະຢັດມັດທະຍັດ ແລະ ອື່ນໆ.




ຄຽງຄູ່ກັບການເສີມຂະຫຍາຍ ທາດແທ້ປະຕິວັດຂອງພັກ ດ້ວຍຄວາມເອກອ້າງທະນົງໃຈຕໍ່ການນໍາພາຂອງພັກ
, ຄະນະໜ່ວຍພັກຫ້ອງການຊາວໜຸ່ມກອງທັບ ໄດ້ນໍາພາຈັດຕັ້ງ-ກໍ່ສ້າງໜ່ວຍພັກ ໃຫ້ມີຄວາມປອດໃສເຂັ້ມແຂງ ໜັກແໜ້ນໃນທຸກດ້ານ ເປັນຕົ້ນ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ຍຶດໝັ້ນການປະຕິບັດຫລັກການ ລວມສູນປະຊາທິປະໄຕ, ເຮັດວຽກເປັນໜູ່ຄະນະ, ບຸກຄົນຮັບຜິດຊອບ, ຕິດຕາມກວດກາ, ຄຸ້ມຄອງ-ປ້ອງກັນພັກ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ, ປັບປຸງແບບແຜນວິທີເຮັດວຽກ ໂດຍຖືເອົາຜົນສໍາເລັດເປັນສໍາຄັນ, ມີວິທະຍາສາດທີ່ແທດເໝາະກັບສະພາບຕົວຈິງ, ເອົາໃຈໃສ່ປະຕິບັດ ລະບອບດໍາເນີນຊີວິດ ການເມືອງພາຍໃນພັກຢ່າງເຂັ້ມງວດ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ການເມືອງທີ່ພັກ-ລັດ ກໍຄື ການຈັດຕັ້ງຂັ້ງເທິງມອບໝາຍໃຫ້.

ຂ່າວ: ຄຳໄຕ ຈັນນະຄອນ.

KPL