ນັກທ່ອງທ່ຽວເດີນທາງເຂົ້າ ບຣູໄນ ເພີ່ມຂຶ້ນ 70%


ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຮາຈີ ນັຊມີ ໂມຮຳຫມັດ ລັດຖະມົນຕີ ກະຊວງ ວັດທະນະທຳ ເຍົາວະຊົນ ແລະ ກິລາ ຂອງ ບຣູໄນ ເປີດເຜີຍ ຈຳນວນ ນັກທ່ອງທ່ຽວ ເດີນທາງມາຢ້ຽມຊົມ ຫໍສິນວັດທະນະທຳ ຫ້ອງສະໝຸດ ແລະ ແຫລ່ງງທ່ອງທ່ຽວ ທາງປະຫວັດສາດຂອງ ບຣູໄນ ໃນປີ 2024 8.655 ເທື່ອຄົນ, ເພີ່ມຂຶ້ນ 70% ເມື່ອທຽບກັບປີ 2023 ແລະ ຈຳໜ່າຍທັງໝົດ ຕັ້ງແຕ່ເລີ່ມເກັບຂໍ້ມູນ ຢູ່ທີປະມານ 2,71 ແສນເທື່ອຄົນ.
ໂດຍມີການຈັດກິດຈະກຳ ສົ່ງເສີມມໍລະດົກ ທາງວັດທະນະທຳ ແລະ ນໍາສະເໜີ ເອກະລັກວັດທະນະທຳທ້ອງຖິ່ນໃນປີ 2023-2024 ລວມ 1.547 ລາຍການ ດຶງດູດຜູ້ຄົນເຂົ້າຮ່ວມ 67.908 ເທື່ອຄົນ, ຊຶ່ງກິດຈະກຳ ສ່ວນໜຶ່ງ ເປັນການນຳສະເໜີ 7 ກຸ່ມຊົນເຜົ່າ ເສັ້ນທາງທ່ອງທ່ຽວ ເຊິງວັດທະນະທຳ, ການແຂ່ງຂັນຮ້ອງເພງພື້ນເມືອງ ລວມເຖິງ ການຫລິ້ນພື້ນບ້ານ, ສີລະປະ ແລະ ບູຮານວັດຖຸ ທາງດ້ານວັດທະນະທຳ. ນອກຈາກນີ້ ບຣູໄນ ຍັງປ່ຽນແປງ ມໍລະດົກ ທາງວັດທະນະທຳ ເປັນຂໍ້ມູນ ດິຈິຕອນ ເພື່ອການອະນຸລັກ 42.233 ອັນ ແລະ ເອເລັກໂຕຣນິກພາສາ ມາລາຢູ ບຣູໄນ ມີຜູ້ເຂົ້າ ໃຊ້ງານ ຫລາຍກວ່າ 1 ແສນຄົນ. /