ຍີ່ປຸ່ນ ຈະສົ່ງອອກເຂົ້າເພີ່ມຂຶ້ນເກືອບ 8 ເທົ່າ

15/03/2025 21:57
Email Print 83
KPL - Asean 2024 ລັດຖະບານ ມີແຜນຈະສົ່ງອອກເຂົ້າ 350.000 ໂຕນ ໃນປີ 2030 , ເພີ່ມຂຶ້ນ 7,8 ເທົ່າ ຫລື ປະມານ 45.000 ໂຕນ ຈາກ ຕົວເລກສະຖິຕິປີ 2024 ຊຶ່ງເປັນປີ ທີ່ມີ ການສົ່ງອອກເຂົ້າ ສ້າງລາຍໄດ້ໃຫ້ແກ່ ຍີ່ປຸ່ນ ເຖິງ 12 ຕື້ເຢນ.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນເມື່ອບໍ່ດົນມານີ້ວ່ທ່ານ ມາຊາ ຄາຊຸ ຄາວາກູຊິເຈົ້າໜ້າທີ່ລະດັບສູງຂອງ ກະຊວງ ກະສິກຳ ຍີ່ປຸ່ນ ຝ່າຍຮັບຜີດຊອບ ກ່ຽວກັບ ນະໂຍບາຍ ການຄ້າເຂົ້າເປີດເຜີຍວ່າ: ລັດຖະບານ ມີແຜນຈະສົ່ງອອກເຂົ້າ 350.000 ​ໂຕນໃນປີ 2030 , ​ເພີ່ມຂຶ້ນ 7,8 ​ເທົ່າ ຫລື ປະມານ 45.000 ​ໂຕນ ຈາກ ຕົວເລກສະຖິຕິປີ 2024 ຊຶ່ງເປັນປີ ທີ່ມີ ການສົ່ງອອກເຂົ້າ ສ້າງລາຍໄດ້ໃຫ້ແກ່ ຍີ່ປຸ່ນ ເຖິງ 12 ຕື້ເຢນ.

ການເຄື່ອນໄຫວດັ່ງກ່າວ ຂອງ ລັດຖະບານ ຍີ່ປຸ່ນເກີດຂຶ້ນ  ຫລັງຈາກກະຊວງກະສິກຳ ຍີ່ປຸ່ ປະມູນເຂົ້າ 150.0000 ​ໂຕນ ຈາກ ສາງສຳຮອງໃນອາທິດນີ້ແລະ ມີແຜນລະບາຍເຂົ້າສຳຮອງອອກ ຈາກສາງອີກປະມານ 60 ຕື້ໂຕນ ຫາກມີຄວາມຈຳເປັນ. ໂດຍຄະນະລັດຖະມົນຕີ ຍີ່ປຸ່ນ ມີຄວາມເຫັນດີເມື່ອເດືອນກຸມພາທີ່ຜ່ານມາໃຫ້ກຽມເອົາເຂົ້າ ອອກຈາກ ສາງສຳຮອງ ຈຳນວນ 210.000 ​ໂຕນ ຈາກ ທັງໝົດທີ່ມີຢູ່ປະມານ 1 ລ້ານໂຕນເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນ ຈາກ ວິກິດການຄ່າຄອງຊີບແລະ ສະພາບອາກາດຮ້ອນຮຸນແຮງໃນຊຸມປີທີ່ຜ່ານມາ./

KPL