ອິນໂດເນເຊຍ-ຫວຽດນາມ ຮ່ວມມື ສ້າງຈຸດຊາກລົດໄຟຟ້າ 100.000 ແຫ່ງ

15/03/2025 21:57
Email Print 83
KPL - Asean 2024 ບໍລິສັດ ວິນຟາສ ຂອງ ຫວຽດນາມ ມີແຜນສ້າງ ສະຖານີຊາກ ລົດໄຟຟ້າ 100.000 ແຫ່ງທົ່ວປະເທດ.

ຂປລ.ສຳນັກຂ່າວເອເອຟພີ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍເມື່ອວັນທີ 13 ມີນາ, ອິນໂດເນເຊຍເປີດເຜີຍວ່າ: ບໍລິສັດ ວິນຟາ ຂອງ ຫວຽດນາມ ມີແຜນສ້າງ ສະຖານີຊາກ ລົດໄຟຟ້າ 100.000 ​ແຫ່ງທົ່ວປະເທດ.

          ໂດຍ ທ່ານໂຣຊານໂຣສລານີ ລັດຖະມົນຕີ ການລົງທຶນ ຂອງ ອິນໂດເນເຊຍ ກ່າວວ່າ ບໍລິສັດ ວີນຟາ (VinFast) ວາງ​ແຜນ​ສ້າງ​ສະຖານີ​ຊາກລົດ​ ໃຫ້​ໄດ້​ຕາມ​ຈຳນວນ ທີ່​ກຳນົດໄວ້. ນອກຈາກ​ນັ້ນ ບໍລິສັດ​ ຈະ​ເລີ່​ມສ້າງ​ໂຮງງານ ຜະລິດ​ຍານພາຫະນະ​ໄຟຟ້າ ​ໃນ​ແຂວງ​ຊວາ​ ຕາ​ເວັນ​ຕົກ ດ້ວຍ​ງົບປະມານ ການ​ລົງທຶນ​ຫລາຍ​ກວ່າ 200 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມີ​ເປົ້າ​ໝາຍ ​ຈະ​ຜະລິດ​ລົດໃຫຍ່ ໃຫ້​ໄດ້ 50.000 ຄັນ​ຕໍ່​ປີ. ແຜນ​ການດັ່ງກ່າວ ​ເກີດ​ຂຶ້ນ ຫລັງ​ຈາກ ​ທ່ານ  ປຣາ​ໂບ​ໂວ ຊູ​ບຽນ​ໂຕ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ພົບ​ປະ​ຫາລື​ກັບ​ ທ່ານ ໂຕ໋​ເລີມ ​ເລຂາທິການໃຫຍ່ ພັກກ​ອມມູນິດ ຫວຽດນາມ ທີ່​ ນະຄອນຫລວງ ຈາ​ກາ​ຕາ ​ເມື່ອ​ບໍ່​ດົນ​ມາ​ນີ້ ແລະ ຜູ້ນຳ​ທັງ​ສອງ​ປະ​ເທດ ​ເຫັນ​ດີ ຈະ​ຍົກ​ລະດັບ ການພົວພັນ​ ໃຫ້ກາຍເປັນ ​ຄູ່​ຮ່ວມ​ມື ທາງດ້ານ​ຍຸດ​ທະ​ສາດ./

KPL