ສປຈີນ ເພີ່ມເງິນອຸດໜູນການຊື້-ຂາຍ-ແລກປ່ຽນລົດຖີບໄຟຟ້າ 1 ຕື້ຢວນ

15/03/2025 21:56
Email Print 83
KPL - Asean 2024 ກະຊວງ ການຄ້າ ຂອງ ສປຈີນ ເປີດເຜີຍວ່າ: ສປຈີນ ແຈກຢາຍ ເງິນອຸດໜູນ 1 ຕື້ຢວນ ໃຫ້ແກ່ ຜູ້ບໍລິໂພກ ຫລາຍກວ່າ 1,65 ລ້ານຄົນ ທີ່ ເຂົ້າຮ່ວມໂຄງການ ຊື້-ຂາຍ-ແລກປ່ຽນ (trade-in) ລົດຖີບໄຟຟ້າ ນັບແຕ່ ປີ 2025 ແລະ ມີຍອດຈຳໜ່າຍ ລົດຖີບໄຟຟ້າໃໝ່ ໃນໂຄງການນີ້ ຫລາຍກວ່າ 1,66 ລ້ານຄັນ, ເປັນຕົວເລກ ສູງກວ່າ ຍອດຈຳໜ່າຍລວມ ຂອງ ປີ 2024.

ຂປລ. ສຳນັກ​ຂ່າວ ​ຊິນ​ຮວາ​ ຂອງ ສປຈີນ, ວັນທີ 13 ເດືອນມິນາ, ກະຊວງ ​ການ​ຄ້າ​ ຂອງ ສປຈີນ ​ເປີດ​ເຜີຍ​ວ່າ: ສປຈີນ ​ແຈກ​ຢາຍ​ ເງິນ​ອຸດ​ໜູນ 1 ຕື້​ຢວນ ​ໃຫ້​ແກ່ ຜູ້​ບໍລິ​ໂພ​ກ ຫລາຍ​ກວ່າ 1,65 ລ້ານ​ຄົນ ທີ່​ ເຂົ້າ​ຮ່ວມ​ໂຄງການ ຊື້-​ຂາຍ-​ແລກປ່ຽນ (trade-in) ລົດຖີບ​ໄຟຟ້າ ນັບແຕ່​ ປີ 2025 ​ແລະ ມີ​ຍອດ​ຈຳໜ່າຍ ລົດຖີບ​ໄຟຟ້າ​ໃໝ່ ໃນໂຄງການນີ້​ ຫລາຍກວ່າ 1,66 ລ້ານ​ຄັນ, ເປັນຕົວເລກ ສູງ​ກວ່າ​ ຍອດ​ຈຳໜ່າຍ​ລວມ ຂອງ​ ປີ 2024.

          ໂດຍ​ຍອດ​ຈຳໜ່າຍ ​ລົດຖີບ​ໄຟຟ້າ​ ທົ່ວ​ປະ​ເທດ ສປຈີນ ລວມມີ 3,04 ລ້ານ​ຄັນ ​ຕັ້ງ​ແຕ່ ​ໂຄງການ​ນີ້ ​ເລີ່​ມ ຕົ້ນ​ ເມື່ອ​ເດືອນ​ກັນຍາ 2024 . ​ໂຄງການ ​ເທຣດອິນ​ ບໍ່​ພຽງ​ແຕ່​ສ້າງ​ຜົນ​ປະ​ໂຫຍ​ດ ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ ​ແຕ່​ຍັງ​ກະ​ຕຸ້ນ​ຍອດ​ຈຳໜ່າຍ ຂອງ ​ຜູ້​ປະກອບ​ການ ຢ່າງ​ມີ​ໄນ​ສຳຄັນ ​ແລະ ​ເຮັດ​ໃຫ້​ຍອດ​ຈຳໜ່າຍ ຍານພາຫະນະ​ໄຟຟ້າ​ໃໝ່ ມີ​ມູນ​ຄ່າ​ລວມ 4,51 ຕື້​ຢວນ ​ໃນ​ປີ 2025 ຊຶ່ງ​ເປັນ ​ປະ​ໂຫຍ​ດ ຕໍ່​ ບັນດາ ຮ້ານ​ຄ້າ​ກວ່າ 47.000 ​ແຫ່ງ./

 

KPL