ສ.ອາເມລິກາ ອອກກົດໝາຍ ຊາວການາດາ ພັກອາໄສເກີນ 30 ວັນ ຕ້ອງລົງທະບຽນ

15/03/2025 21:56
Email Print 83
KPL - Asean 2024 ເວັບໄຊລັດ ກິດຈານຸເບກສາ ຂອງ ສ.ອາເມລິກາ ປະກາດວ່າ: ຊາວການາດາ ທີ່ມີ ເປົ້າໝາຍ ຢ້ຽມຢາມ ສ.ອາເມລິກາ ເປັນເວລາຫລາຍກວ່າ 30 ວັນ ຕ້ອງລົງທະບຽນ ລວມເຖິງ ການໃຫ້ລາຍນີ້ວມື ກັບ ໜ່ວຍງານທີ່ກ່ຽວຂ້ອງ ນັບແຕ່ ວັນທີ 11 ເມສານີ້

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ .ອາເມລິກາເມື່ອບໍ່ດົນມານີ້ວ່າ: ​ເວັບໄຊລັດ ກິດຈານຸເບກສາ ຂອງ .ອາເມລິກາ ປະກາດວ່າ: ຊາວການາດາ ທີ່ມີ ເປົ້າໝາຍ ຢ້ຽມຢາມ .ອາເມລິກາເປັນເວລາຫລາຍກວ່າ 30 ວັນ ຕ້ອງລົງທະບຽນ ລວມເຖິງ ການໃຫ້ລາຍນີ້ວມື ກັບ ໜ່ວຍງານທີ່ກ່ຽວຂ້ອງ ນັບແຕ່ ວັນທີ 11 ​ເມສານີ້ ຖ້າບໍ່ດັ່ງນັ້ນ ຈະໄດ້ຮັບໂທດຕາມກົດໝາຍ.

ຂະນະທີ່ ສື່ທ້ອງຖິ່ນ ຂອງ .ອາເມລີກາ ລາຍງານວ່າ: ມາດຕະການດັ່ງກ່າວ ຈະສົ່ງຜົນກະທົບໂດຍກົງຕໍ່ກຸ່ມຊາວ ການາດາ ທີ່ມັກເດີນທາງໄປພັກອາໄສ ຊົ່ວຄາວ ຕາມບັນດາລັດ ທາງພາກໃຕ້ຂອງ ສ.ອາເມລິກາ ທີ່ມີສະພາບ ອາກາດ ອົບອຸ່ນ ກົງກັນຂ້າມກັບ ລັດທາງພາກເໜືອທີ່ມີ ອາກາດໜາວຮຸນແຮງໃນລະດູໜາວ. ນອກນັ້ນ ກະຊວງຄວາມໝັ້ນຄົງ​​ຂອງ.ອາເມລິກາ ປະເມີນວ່າ ຈະມີຊາວການາດາປະມານ 2,2-3,2 ລ້ານຄົນ ຈະໄດ້ຮັບຜົນກະທົບຈາກມາດຕະການລົງທະບຽນ​​ແບບໃໝ່.  ກ່ອນໜ້ານີ້ ມີການຍົກເວັ້ນເປັນກໍລະນີພິເສດມາໂດຍຕະຫລອດ. /

KPL