ບັງກລາເທດ ມີອັດຕາການແຕ່ງງານໃນໄວເດັກ ສູງທີສຸດໃນອາຊີ

12/03/2025 16:03
Email Print 83
KPL - Asean 2024 ບັງກລາເທດ ມີອັດຕາ ການແຕ່ງງານ ໃນໄວເດັກ ສູງທີ່ສຸດ ໃນອາຊີ ໂດຍກວມເອົາ 51% ຂອງ ແມ່ຍິງ ທີ່ມີ ອາຍຸ 20-24 ປີ . ໃນຂະນະທີ່ ແມ່ຍິງ ໃນທົ່ວໂລກ ມີຄວາມກ້າວໜ້າ ແຕ່ແມ່ຍິງ ໃນບັງກລາເທດ ຕ້ອງຜະເຊີນກັບ ຄວາມທ້າທາຍ ໂດຍສະເພາະ ບັນຫາການແຕ່ງງານ ໃນໄວເດັກ ແລະ ຄວາມບໍ່ເທົ່າທຽມ ທາງເພດ.

ຂປລ. ສຳນັກ​ຂ່າວ​ ຊິນ​ຮວາ ​ຂອງ ສປຈີນ, ເມື່ອບໍ່ດົນມານີ້ ກອງ​ທຶນ ​ເພື່ອ​ເດັກ​ແຫ່ງ ສະຫະ​ປະຊາ​ຊາດ (ຢູນິ​ເຊຟ) ມີບົດລາຍ​ງານ ​ພາຍໃຕ້ ຫົວ​ຂໍ້​ ເປົ້າ​ໝາຍ​ ຂອງ​ ເດັກ​ຍິງ ວ່າ: ບັງ​ກລາ​ເທດ ມີ​ອັດຕາ​ ການ​ແຕ່ງງານ ​ໃນ​ໄວ​ເດັກ ສູງ​ທີ່​ສຸດ​ ໃນ​ອາຊີ ​ໂດຍກວມເອົາ 51% ຂອງ​ ແມ່ຍິງ ທີ່ມີ ​ອາຍຸ 20-24 ປີ .  ໃນຂະນະ​ທີ່ ແມ່ຍິງ ໃນທົ່ວ​ໂລກ ​ມີ​ຄວາມ​ກ້າວໜ້າ ແຕ່ແມ່ຍິງ ໃນ​ບັງ​ກລາ​ເທດ ຕ້ອງຜະ​ເຊີນ​ກັບ ຄວາມ​ທ້າ​ທາຍ ​ໂດຍ​ສະ​ເພາະ ບັນຫາ​ການ​ແຕ່ງງານ ​ໃນ​ໄວ​ເດັກ ​ແລະ ຄວາມ​ບໍ່​ເທົ່າ​ທຽມ​ ທາງ​ເພດ.

          ເຖິງ​ແມ່ນວ່າ  ແມ່ຍິງໃນບັງກລາເທດ ຈະໄດ້ຮັບການ​ດູ​ແລ ​ສຸຂະພາບ ​ແລະ ການ​ສຶກສາ​ ຈະ​ໄດ້ຮັບການປັບປຸງ​ໃຫ້ດີ​ຂຶ້ນ ​ໃນ​ບາງ​ດ້ານ ​ແຕ່​ແມ່ຍິງ ​ໃນ​ບັງ​ກລາ​ເທດ ຍັງ​ຄົງ​ເສຍປຽບ​ ຢ່າ​ງຫລວງຫລາຍ ​ໂດຍສະເພາະ ​ແມ່ຍິງ​ທີ່ມີອາຍຸ 15-24 ປີ ຊຶ່ງມີ​ທ່າ​ອຽງ​ ຈະ​ຢູ່​ນອກ​ ລະບົບ​ການ​ສຶກສາ , ການ​ຈ້າງ​ງານ ຫລື ການ​ຝຶກ​ອົບຮົມ​ ຫລາຍ​ກວ່າ ຜູ້​ຊາຍ​ເຖິງ 2 ​ເທົ່າ ​ແລະ ມີຄວາມກັງວົນ​ຄື: ​ແມ່ຍິງ​ ທີ່ມີ ອາຍຸ 15-19 ປີ ​ກວມເອົາເຖິງ 28% ​ໄດ້ຜະເຊີນກັບ​ ຄວາມ​ຮຸນ​ແຮງ​ ທາງ​ດ້ານຮ່າງກາຍ ຫລື ທາງ​ເພດ ​ຈາກ​ຄູ່​ຮັກ ​ໃນປີ 2024 ຜ່ານມາ./.

 

KPL