ຫາລືການນຳໃຊ້ປັນຍາປະດິດ ເຂົ້າໃນວຽກງານລັດທະສະພາ
![]()
ຂປລ. ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ຈັດຂຶ້ຍລະຫວ່າງວັນທີ 12-14 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ເຊິ່ງມີຄະນະຜູ້ແທນລັດຖະສະພາ 11 ປະເທດ ແລະ ເຂດແຄວ້ນ, ກອງເລຂາ APF ແລະ ສູນລັດຖະສະພາອາຊີ (PCAsia) ເຂົ້າຮ່ວມ.
![]()
ໃນກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານປະສະພາແຫ່ງຊາດລາວ ໄດ້ມີຄຳເຫັນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ທີ່ພວມເກີດຂຶ້ນໃນຫລາຍພາກພື້ນທົ່ວໂລກ ທີ່ສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງຂອງ ບັນດາປະເທດ. ພ້ອມກັນນັ້ນ, ທ່ານຍັງໄດ້ຕີລາຄາສູງ ຕໍ່ບົດບາດຄວາມສຳຄັນຂອງສະ ມາຊິກລັດຖະສະພາ APF ໃນຖານະທີ່ເປັນຕົວແທນແຫ່ງສິດ ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ໃນການສົ່ງເສີມປະຊາທິປະໄຕ ການປົກຄອງລັດດ້ວຍກົດໝາຍ ແລະ ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອການພັດທະນາ ລວມເຖິງການສົ່ງເສີມການແລກປ່ຽນ ທາງດ້ານວັດທະນະທຳຂອງປະຊາຊົນ.
![]()
ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນກ່ຽວກັບ ການນຳໃຊ້ປັນຍາປະດິດ ເຂົ້າໃນວຽກງານລັດຖະສະພາ ໂດຍຈະດຳເນີນໄປພາຍໃຕ້ 3 ຫົວ ຂໍ້ສໍາຄັນ ຄື: ການມີສ່ວນຮ່ວມຂອງເຄື່ອງມືດີຈິຕອນ ໃນການປະຕິບັດໜ້າທີ່ວຽກງານ ຂອງລັດຖະສະພາ, ວິທີການໃໝ່ ໃນການປະເມີນນະໂຍບາຍ ສາທາລະນະຂອງລັດຖະສະພາ ແລະ ການຕອບໂຕ້ກັບຂ່າວທີ່ບໍ່ເປັນຄວາມຈິງ.
ກອງປະຊຸມດັ່ງກ່າວ, ແມ່ນກົນໄກປະຈຳໜຶ່ງຂອງ APF ທີ່ຈະຈັດຂຶ້ນທຸກໆປີ ໃນປະເທດສະມາ ຊິກຂອງ APF ເພື່ອໃຫ້ລັດຖະສະພາສະມາຊິກ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນໃນການປະຕິບັດວຽກງານຂອງຕົນ ເພື່ອໃຫ້ມີຄວາມສອດຄ່ອງກັນໃນພາກພື້ນ ແລະ ທົ່ວໂລກ.
