ເປີດມະຫະກຳໜັງສື ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ"

12/03/2025 14:36
Email Print 83
KPL - Asean 2024 ຂປລ. ສໍານັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V ໃນວັນທີ 12-16 ມີນາ 2025 ຢູ່ສະໂມສອນໃຫຍ່ ມຊ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ" ເພື່ອສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະ ນະທໍາການອ່ານ ຂອງ ສປປ ລາວ ​ໂດຍມີຮອງອະທິການບໍດີ ມຊ, ບັນດາຄູ-ອາຈານ, ນັກຂຽນ, ນັກປະພັນ, ຜູ້ປະກອບການຮ້ານຂາຍປື້ມ, ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.



ຂປລ. ສໍານັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ
V ໃນວັນທີ 12-16 ມີນາ 2025 ຢູ່ສະໂມສອນໃຫຍ່ ມຊ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ" ເພື່ອສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະ ນະທໍາການອ່ານ ຂອງ ສປປ ລາວ ​ໂດຍມີຮອງອະທິການບໍດີ ມຊ, ບັນດາຄູ-ອາຈານ, ນັກຂຽນ, ນັກປະພັນ, ຜູ້ປະກອບການຮ້ານຂາຍປື້ມ, ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ທ່ານ ສົມໄໝ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ​ໄດ້ກ່າວວ່າ: ງານມະຫະກຳໜັງສືຄັ້ງນີ້, ມີຫລາຍກິດຈະກຳສະທ້ອນໃຫ້ເຫັນເຖິງ ການພັດທະນາຂອງປະເທດເຮົາ ຕະ ຫລອດໄລຍະ 5 ທົດສະວັດທີ່ຜ່ານມາ, ທັງສະແດງໃຫ້ເຫັນເຖິງປະຫວັດສາດ ການພັດທະນາດ້ານການສຶກສາ, ການພິມ ແລະ ການເຜີຍແຜ່ວັດທະນະທຳການອ່ານໃນ ສປປ ລາວ, ທັງເປັນເວທີສໍາຄັນ ໃນການສະແດງໃຫ້ເຫັນເຖິງຄວາມກ້າວໜ້າຂອງ ສປປ ລາວ ໃນດ້ານການສຶກສາ ແລະ ວັດທະນະທຳ ຕະ ຫລອດ 50 ປີທີ່ຜ່ານມາ, ທັງເປັນການວາງເປົ້າໝາຍ ສໍາລັບການພັດທະນາໃນອະນາຄົດ, ພາຍໃນງານ ຍັງມີການວາງສະແດງ ປື້ມປະຫວັດສາດ ສໍາຄັນຂອງຊາດ, ການເສວະນາກ່ຽວກັບບົດບາດຂອງການອ່ານ ໃນການພັດທະນາປະເທດ ແລະ ການສະແດງສິລະປະ-ວັດທະນະທຳ ທີ່ສະທ້ອນໃຫ້ເຫັນມູນເຊື້ອອັນດີງາມຂອງຊາດລາວ. ນອກນັ້ນ, ຍັງມີການຈັດວາງສະແດງປື້ມທີ່ໄດ້ຮັບລາງວັນ ແລະ ມີຄວາມສໍາຄັນໃນແຕ່ລະຊ່ວງເວລາ ຂອງການພັດທະນາປະເທດ.





ມະຫະກຳໜັງສືຄັ້ງນີ້
, ບໍ່ພຽງແຕ່ເປັນການສະຫລອງ ວັນຊາດ ຄົບຮອບ 50 ປີ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມວັດທະນະທໍາການອ່ານ ແລະ ການຮຽນຮູ້ຕະຫລອດຊີວິດ, ທັງເປັນການສົ່ງເສີມໃຫ້ ປະຊາຊົນລາວ ຫັນມາອ່ານຫລາຍຂຶ້ນ, ສອດຄ່ອງກັບແຜນຍຸດທະສາດ ການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ຮອດປີ 2025. ງານດັ່ງກ່າວ, ເປີດໃຫ້ປະຊາຊົນທົ່ວໄປ ເຂົ້າຊົມ​ໂດຍ​ບໍ່​ເສຍ​ຄ່າ ເລີ່ມເປີດ ເວລາ 9:00-17:00 ໂມງ.




ຂ່າວ-ພາບ: ທະນູທອງ

KPL