ເປີດໂຄງການກໍ່ສ້າງຂົວອູ່ ຂ້າມນ້ຳມ່າ ຈຸດບ້ານແຜ້ ເມືອງແອດ

ຂປລ. ແຫລ່ງຂ່າວຈາກ ເມືອງແອດ ແຂວງພົວພັນ ໃຫ້ຮູ້ວ່າ:ພິທີເປີດໂຄງການກໍ່ສ້າງຂົວອູ່ຂ້າມນ້ຳມ່າ ຢູ່ບ້ານແຜ້ ເມືອງແອດ ແຂວງຫົວພັນຈັດຂຶ້ນໃນຕອນແລງວັນທີ 11 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳແພງໄຊສົມແພງ ເຈົ້າແຂວງຫົວພັນ, ມີບັນດາການນຳແຂວງ, ເມືອງ ແລະຕາງໜ້າບໍລິສັດ ຮັບເໝົາກໍ່ສ້າງ-ເຈົ້າຂອງໂຄງການ, ຕະຫລອດຮອດອໍານາດການປົກຄອງບ້ານແລະ ພໍ່ແມ່ປະຊາຊົນບ້ານແຜ້ ເຂົ້າຮ່ວມ.
ຂົວອູ່ຂ້າມນ້ຳມ່າ ທີ່ຈະສ້າງມີລວງຍາວ 162 ແມັດ, ກວ້າງ 2,4 ແມັດ, ກໍ່ສ້າງດ້ວຍເຫລັກເປັນສ່ວນໃຫຍ່, ທັງສອງຟາກມີເສົາເບຕົງເສີມເຫລັກ ເພື່ອຈ່ອງສາຍຂົວ, ລວມມູນຄ່າທັງໝົດ 9 ຕື້ກວ່າກີບ, ເປັນທຶນ ຂອງລັດຖະບານ ສປປ ລາວ ໂດຍແມ່ນ ບໍລິສັດກຸ່ມບຸນທະວີຊັບຈຳກັດເປັນຜູ້ຮັບເໝົາກໍ່ສ້າງໂດຍເລີ່ມຕົ້ນ ກໍ່ສ້າງນັບແຕ່ມື້ເປີດໂຄງການເປັນຕົ້ນໄປເຊິ່ງຈະໃຊ້ເວລາໃນການກໍ່ສ້າງ 8 ເດືອນຈຶ່ງຈະສຳເລັດ. ທັງນີ້, ກໍເພື່ອທົດແທນຂົວໄມ້ໄຜ່ ທີ່ປະຊາຊົນໄດ້ກໍ່ສ້າງໃນທຸກໆປີ, ເພື່ອເຮັດໃຫ້ພໍ່ແມ່ປະຊາ ຊົນ, ນ້ອງນັກຮຽນພາຍໃນ ບ້ານແຜ້ ແລະ ບ້ານໃກ້ຄຽງໄດ້ເດີນທາງໄປ-ມາ ຄວາມສະດວກສະບາຍຂຶ້ນກວ່າເກົ່າ.