ເປີດຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025

ຂປລ. ອາຊຽນ ຈະຈັດການແຂ່ງຂັນຊີງລາງວັນອາຊຽນ ປະຈໍາປີ 2025 (ASEAN Prize 2025) ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງທີ່ມີຜົນງານໂດດເດັ່ນ ໃນການປະກອບ ສ່ວນສ້າງປະຊາຄົມອາຊຽນ, ພ້ອມທັງສົ່ງເສີມ ແລະ ຍົກສູງເອກະລັກຂອງອາຊຽນ (ASEAN Identity) ເຊິ່ງຜູ້ຊະນະເລີດ ລາງວັນອາຊຽນປະຈໍາປີ 2025 ຈະໄດ້ຮັບໂລ້ລາງວັນອາຊຽນ ແລະ ເງິນສົດ ຈຳນວນ 20.000 ໂດລາສະຫະລັດ ໂດຍການສະໜັບສະໜູນຈາກອົງການ Temasek ຂອງ ສິງກະໂປ ແລະ Yayasan Hasanah ຂອງມາເລເຊຍ.
ສຳລັບ ເງື່ອນໄຂໃນການຄັດເລືອກ ຕ້ອງເປັນພົນລະເມືອງລາວ ຫລື ອົງການຈັດຕັ້ງ ກໍຄື ຫົວໜ່ວຍຕ່າງໆຂອງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສະຫະກອນ, ກຸ່ມການຜະລິດ-ບໍລິການ ແລະ ຄອບຄົວຕົວແບບ; ຕ້ອງມີຜົນງານໂດດເດັ່ນ ແລະ ເປັນທີ່ຍອມຮັບຈາກສັງຄົມຢ່າງກວ້າງຂວາງ ນັບຕັ້ງແຕ່ການສ້າງຕັ້ງປະຊາຄົມອາຊຽນ ວັນທີ 31 ທັນວາ 2015 ເປັນຕົ້ນມາ ໂດຍສະເພາະ ໃນດ້ານການປະສານງານຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ສາກົນ, ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ປະຊາຊົນໃນອາຊຽນ, ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ໃນການປະກອບສ່ວນສ້າງປະຊາຄົມອາຊຽນ. ຕ້ອງປະຕິບັດຕາມແນວທາງນະໂຍບາຍຂອງ ພັກ-ລັດ ແລະ ລະບຽບກົດໝາຍຂອງປະເທດຊາດ, ເຄົາ ລົບນັບຖືຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ.
ສ່ວນ ຂັ້ນຕອນການສະໝັກ ບຸກຄົນ ຫລື ອົງການຈັດຕັ້ງ ທີ່ສົນໃຈສະໝັກຕ້ອງຂຽນບົດປະເມີນຜົນງານຂອງຕົນ ລະຫວ່າງ 3-5 ໜ້າ ເປັນພາສາອັງກິດ ໂດຍອີງໃສ່ເງື່ອນໄຂໃນການຄັດເລືອກທີ່ລະບຸໄວ້.
ຜູ້ທີ່ມີຄວາມສົນໃຈ ສາມາດສົ່ງຟອມສະໝັກ ແລະ ບົດປະເມີນຂອງທ່ານ ມາຍັງຈຸດປະສານງານລາງວັນອາຊຽນແຫ່ງຊາດລາວ (ກົມອາຊຽນ, ກະຊວງການຕ່າງປະເທດ) ໂດຍກົງ ຫລື ອີເມວ aseanlaos@gmail.com ພາຍໃນວັນທີ 9 ພຶດສະພາ 2025. ລາຍລະອຽດເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່: https://asean.org/asean-prize ຫລື ຕິດຕໍ່ ໄດ້ທີເບີ 021-415-109; 020 5951 9655.