ສຊປລ ຫວນຄືນມູນເຊື້ອ ວັນສຳຄັນ ຂອງພັກ ຂອງຊາດ

12/03/2025 14:25
Email Print 83
KPL - Asean 2024 ຂປລ. ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຈັດປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 79 ໃນວັນທີ 12 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາ ຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ-ພະນັກງານ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຈັດປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 79 ໃນວັນທີ 12 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາ ຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ-ພະນັກງານ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ຍົກໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ, ພ້ອມທັງ​ເນັ້ນໃຫ້ສະມາຊິກພັກ-ພະນັກງານ ທົ່ວສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເອົາໃຈໃສ່ຢ່າງຕັ້ງໜ້າ ຜັນຂະຫຍາຍມູນເຊື້ອ, ທາດແທ້ຂອງ ພັກປະຊາຊົນ ປະຕິວັດລາວ ເຊິ່ງພັກເຮົາມີຄວາມຈົງຮັກພັກດີ ແລະ ຍຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ບໍ່ຄໍາພີຕາຍຕົວແຕ່ຫາກມີຄວາມເປັນເຈົ້າການ ປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດຊາດ, ມີການສະຫລຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ປັບປຸງບູລະນະແນວທາງໃຫ້ສອດຄ່ອງ, ຍຶດໝັ້ນ ແລະ ປະຕິບັດຢ່າງຖືກ ຕ້ອງບັນດາຫລັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ນັ້ນຄື ຫລັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນ ການເສີມຂະຫຍາຍ ຄວາມສາມັກຄີເປັນເອກະພາບ ບົນພື້ນຖານແນວທາງ ແຜນນະໂຍບາຍຂອງພັກ, ພັກນໍາພາເປັນໝູ່ຄະນະ ບົນພື້ນຖານການແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບ ໃຫ້ບຸກຄົນໃນໝູ່ຄະນະ, ຖືສໍາຄັນການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການປະຕິບັດ ກົດລະບຽບຂອງພັກ. ພ້ອມນີ້, ພັກເຮົາເວລາໃດກໍຍຶດໝັ້ນ ໃນທາດແທ້ ຖືປະຊາຊົນເປັນກົກ ແລະ ມີຄວາມຈົງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ, ຖືການສະໜັບສະໜູນຂອງປະຊາຊົນ ເປັນສິ່ງສໍາຄັນ, ຕັດສິນບົດບາດນໍາພາ ແລະ ການກໍາອໍານາດຂອງພັກ.




ສະຫາຍ ມອນໄຊ ລາວມົວຊົ່ງ ໃຫ້ຮູ້ອີກວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍສະແດງຄວາມກ້າຫານ
, ກ້າຜະເຊີນໜ້າກັບບັນຫາຕົວຈິງ, ກ້າຮັບເອົາຄວາມເປັນຈິງ ແລະ ກ້າປ່ຽນແປງຕົນເອງ, ດ້ວຍການນໍາພາເດັດຂາດ, ໂດຍກົງ, ຮອບດ້ານ, ກຳອຳນາດຕາມກົດໝາຍ, ເຊີດຊູລັກສະນະນໍາໜ້າຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ, ຄວາມເດັດຂາດເຂັ້ມງວດໃນການຈຳກັດ ແກ້ໄຂປາກົດການຫຍໍ້ທໍ້ ທີ່ເຮັດໃຫ້ພັກເຊື່ອມອິດທິພົນ, ບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະຊາຊົນ, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກ ໃຫ້ມີຄວາມເປັນແບບຢ່າງນໍາໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດວຽກງານ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ, ຖືຄວາມສາມາດເປັນສິ່ງສໍາຄັນ ແລະ ຖືຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນໍາໃຊ້ພະນັກງານ.

ການຈັດຕັ້ງປາຖະກະຖາໃນຄັ້ງນີ້, ເປັນການສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ, ສະມາຊິກຊາວໜຸ່ມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບຜົນງານການນໍາພາຂອງພັກ ຕະຫລອດໄລຍະ 70 ປີຜ່ານມາ ເພື່ອພ້ອມກັນນໍາພາເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງຂອງສະມາຊິພັກ-ພະນັກງານ, ສະມາຊິກຊາວໜຸ່ມ ທີ່ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງຊາດ, ເປັນການເສີມຂະຫຍາຍມູນເຊື້ອ ແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ທັງເປັນການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ສະມາຊິກຊາວໜຸ່ມ ໄດ້ຮັບຮູ້ເຖິງບັນດານັກຮົບປະຕິວັດ ທີ່ເສຍສະຫລະເລືອດເນື້ອ, ອຸທິດສະຕິປັນຍາເຂົ້າໃນການປະຕິວັດຊາດ, ຄວາມອົງອາດກ້າຫານຕະຫລອດໄລຍະການຕໍ່ສູ້ກູ້ຊາດ.

ຂໍ້ມູນ-ພາບ: ປະຊາຊົນ

KPL