ອິນໂດເນເຊຍ ເລັ່ງເພີ່ມກຳລັງການກັ່ນນໍ້າມັນດີບ ໃຫ້ບັນລຸ ລະດັບ 1 ລ້ານຖັງຕໍ່ວັນ

12/03/2025 16:03
Email Print 83
KPL - Asean 2024 ໜ່ວຍປະຕິບັດການ ສະເພາະກິດ ດ້ານພະລັງງານ ຂອງ ອິນໂດເນເຊຍ ເປີດເຜີຍ ແຜນການ ຂະຫຍາຍ ກຳລັງ ການກັ່ນ ນໍ້າມັນດີມ ຂອງ ພື້ນທີ່ 16 ແຫ່ງໃຫ້ຂຶ້ນເປັນ 1 ລ້ານຖັງຕໍ່ວັນ ເພີ່ມຂຶ້ນ ຈາກເດີມ ທີ່ວາງແຜນໄວ້ 5 ແສນຖັງຕໍ່ວັນ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນທີ 11 ເດືອນມີນາ, ໜ່ວຍ​ປະຕິບັດ​ການ ສະ​ເພາະ​ກິດ ດ້ານ​ພະລັງງານ ຂອງ​ ອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ​ ແຜນການ ຂະຫຍາຍ ​ກຳລັງ ການ​ກັ່ນ ​ນໍ້າມັນ​ດີ​ມ ຂອງ​ ພື້ນ​ທີ່ 16 ​ແຫ່ງ​ໃຫ້ຂຶ້ນເປັນ 1 ລ້ານ​ຖັງ​ຕໍ່​ວັນ ເພີ່ມ​ຂຶ້ນ​ ຈາກ​ເດີມ ​ທີ່​ວາງ​ແຜນ​ໄວ້ 5 ​ແສນ​ຖັງ​ຕໍ່​ວັນ​.  ​ໂດຍ​ໂຮງ​ກັ່ນ​ ນໍ້າມັນ​ ຈະ​ແຈກ​ຢາຍ​ ຢູ່​ໃນ ກາ​ລິ​ມັນຕັນ, ຊວາ, ສຸລາ​ເວ​ສີ, ມາ​ລູກູ ​ແລະ ປາ​ປົວ ​​ເພື່ອ​ສົ່ງ​ເສີມ ​ໂຮງ​ກັ່ນ ພື້ນຖານ ດ້ານພະລັງງານ ​ໃຫ້ມີຄວາມເທົ່າ​ທຽມ​ກັນ.

ການ​ປ່ຽນ​ແປງ​ຄັ້ງນີ້ ມາ​ຈາກ ​ກອງ​ປະຊຸມ​ ລະຫວ່າງ ທ່ານ ປຣາ​ໂບ​ໂວ ຊູ​ບຽນ​ໂຕ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ກັບ​ ໜ່ວຍປະຕິບັດ​ການ ສະ​ເພາະ​ກິດ ​ດັ່ງກ່າວ​ ໃນ​ເມືອງຈາ​ກາ​ຕາ ​ເມື່ອ​ບໍ່​ດົນ​ມາ​ນີ້, ເພື່ອ​ຊຸກຍູ້ ການ​ສົ່ງ​ຕໍ່​ພະລັງງານ ​ຂອງ​ ປະ​ເທດ . ນອກ​ນີ້ ລັດຖະບານ ອິນ​ໂດ​ເນ​ເຊຍ ຍັງ​ວາງ​ແຜນ​ ກໍ່ສ້າງ​ ຖັງ​ເກັບ​ນໍ້າມັນ​ບັນຈຸ 1 ລ້ານ​ຖັງ​ຕໍ່​ວັນ ​ຢູ່ເກາະ ນິປາ ​ໃນ​ເມືອງ​ບາ​ຕັມ ອີກ​ດ້ວຍ. /

KPL