ກຳປູເຈຍ ຮ່ວມມືກັບ ຢູນຽນເພ ເປີດຊຳລະເງິນຜ່ານຄີວອາຣໂຄ້ດ ຂ້າມຊາຍແດນໄລຍະ 2


ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານຈາກ ນະຄອນຫລວງ ພະນົມເປັນປະເທດ ກຳປູເຈຍ ເມື່ອວັນທີ 11 ມີນາ, ທະນາຄານ ແຫ່ງປະເທດ ກຳປູເຈຍ ຫລື ທະນາຄານກາງ ກຳປູເຈຍ ແລະ ຢູນຽນເພ ອິນເຕີເນຊັນແນລ (ຢູພີໄອ) ເປີດລະບົບການຊໍາລະເງິນ ຜ່ານລະຫັດ ຄີວອາຣໂຄ້ດ ຂ້າມຊາຍແດນ ໄລຍະທີ 2 ເພື່ອຊ່ວຍໃຫ້ຜູ້ໃຊ້ແອບພີເຄຊັນ ບາກອງ ຂອງ ກຳປູເຈຍ ສາມາດສະແກນ ລະຫັດຄີວອາຣ ເພື່ອຊຳລະເງິນ ຕາມຮ້ານຄ້າທີ່ຮັບບັດ ຢູນຽນເພ ໃນສປຈີນ ລວມເຖິງ ຢູ່ຕ່າງປະເທດ ແລະ ພາກພື້ນແຫ່ງອື່ນໆອີກດ້ວຍ.
ຄວາມຄືບໜ້າດັ່ງກ່າວ ຊ່ວຍຍົກລະດັບ ປະສົບການ ຊໍາລະເງິນ ດິຈິຕອນ ຂອງ ພົນລະເມືອງ ກຳປູເຈຍ ເຮັດໃຫ້ ການເຮັດທຸລະກຳ ທາງດ້ານການເງິນ ລະຫວ່າງ ປະເທດ ດຳເນີນໄປດ້ວຍດີ ແລະ ສະດວກຍິ່ງຂຶ້ນ, ພາຍຫລັງ ປະສົບຜົນສຳເລັດ ໃນໄລຍະທີ 1 ເມື່ອເດືອນ ທັນວາ ປີ 2023 ຜ່ານມາ ເພື່ອຊ່ວຍໃຫ້ຜູ້ຖືບັດ ຢູນຽນເພ ສາມາດ ສະແກນລະຫັດ ຄີວອາຣ ຂອງ ບາກອງ ເພື່ອຊຳລະເງິນ ກັບ ຊາວຄ້າຂາຍ ຫລາຍລ້ານຄົນ ໃນກຳປູເຈຍ./