ຍອດການຂົນຖ່າຍລົດ ຜ່ານທ່າກຳປັ່ນຊຽງໄຮ້ຂຶ້ນເປັນແຖວໜ້າໃນໂລກ


ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ດ່ານຊຽງໄຮ້ຈີນແຈ້ງ ໃຫ້ຮູ້ວ່າ: ປີ 2024, ຍອດຈຳນວນ ການຂົນຖ່າຍລົດ ຜ່ານທ່າກຳປັ່ນຊຽງໄຮ້ ບັນລຸເຖິງ 3.630.000 ຄັນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2023, ຂຶ້ນເປັນອັນດັບ 1 ຂອງໂລກ ເປັນຄັ້ງທຳອິດ, ໃນນັ້ນ, ຍອດຈຳນວນ ການຂົນຖ່າຍລົດ ທີ່ສົ່ງອອກນັ້ນ ກວມເອົາ 60%.ຊຸມປີມໍ່ໆມານີ້, ດ່ານຊຽງໄຮ້ໄດ້ສຸມກຳລັງ ເຂົ້າໃນການສ້າງດ່ານ ອັດສະລິຍະ. ດ້ວຍທ່າແຮງ ໄດ້ປຽບ ຢ່າງຮອບດ້ານ ຄື: ນະໂຍບາຍ, ພູມສັນຖານ ແລະ ເສັ້ນທາງເດີນເຮືອ ຫລາຍເປັນຕົ້ນ, ດ່ານຊຽງໄຮ້ ໄດ້ກາຍເປັນ ດ່ານນຳເຂົ້າ-ສົ່ງອອກລົດ ສຳເລັດຮູບທີ່ ໃຫຍ່ທີ່ສຸດຂອງ ສປ ຈີນ ແລະ ພວມດຶງດູດ ວິສາຫະກິດລົດ ຫລາຍຂຶ້ນ ກວ່າເກົ່າ ເພື່ອມາລົງທຶນ ນຳເຂົ້າ-ສົ່ງອອກລົດ ຜ່ານດ່ານດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ