ນັກສໍາມະນາວິທະຍາສາດ 70 ປີ ພັກ ປປ ລາວ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ຢູ່ແຂວງຊຽງຂວາງ

ຂປລ. ຄະນະຜູ້ແທນກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ” ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທົ່ງໄຫຫີນ, ກຸ່ມຜະລິດປູກຝັງບ້ານວຽງ ແລະ ຢ້ຽມຊົມພູກູດຈອມເຫລັກວິລະຊົນ ເມືອງພູກູດ ໃນວັນທີ 11 ມີນາ 2025 ນໍາພາ ໂດຍ ທ່ານ ສີສົມພອນ ວົງພະຈັນ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ປົກ ຄອງແຫ່ງຊາດ.
ສໍາລັບ ສະຖານທີ່ທ່ອງທ່ຽວທົ່ງໄຫຫີນເມືອງແປກ ແຂວງຊຽງຂວາງ ເປັນສະຖານທີ່ທີມີຊື່ສຽງແລະ ໄດ້ຖືກຮັບຮອງເປັນມໍລະດົກໂລກ ແລະ ກໍເປັນສະຖານທີ່ສໍາຄັນທີ່ດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວນັບມື້ເພີ່ມຂຶ້ນ. ໃນປີ 2024 ເຊິ່ງເປັນປີທ່ອງທ່ຽວລາວໄດ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ຫລາຍກວ່າ 10 ພັນເທື່ອຄົນ. ຈາກນັ້ນ, ນັກສໍາມະນາວິທະຍາສາດ ຍັງໄດ້ໄປຢ້ຽມຢາມ ກຸ່ມການຜະລິດປູກຜັກບ້ານວຽງ ເມືອງແປກ ໂດຍ ທ່ານ ນາງ ພູວັນ ທຸມມະວົງ ຫົວໜ້າກຸ່ມປູກຜັກສະອາດ ບ້ານວຽງ ໄດ້ໃຫ້ຮູ້ວ່າ: ກຸ່ມການຜະລິດ ໄດ້ສ້າງຕັ້ງຂຶ້ນໃນປີ 2019 ມີສະມາຊິກທັງໝົດ 21 ຄອບຄົວ. ສະເພາະ ບ້ານວຽງ ມີທັງໝົດ 71 ຫລັງຄາເຮືອນ, 89 ຄອບຄົວ, ມີຜົນລະເມືອງທັງໝົດ 376 ຄົນ, ປະຊາຊົນສ່ວນໃຫຍ່ແມ່ນເຮັດນາ ແລະ ປູກຝັງ-ລ້ຽງສັດ ເປັນອາຊີບຫລັກ, ລາຍຮັບແຕ່ລະປີຂອງແຕ່ລະຄອບຄົວສະເລ່ຍປີໜຶ່ງ 50-80 ລ້ານກີບ.
ໃນໂອກາດນີ້, ຄະນະນັກສໍາມະນາວິທະຍາສາດ ຍັງໄດ້ໄປຢ້ຽມຊົມສະຖານທີ່ປະຫວັດສາດ ພູກູດຈອມເຫລັກວິລະຊົນ ເມືອງພູກູດ ເຊິ່ງເປັນຮ່ອງຮອຍທາງປະຫວັດສາດ ໃນໄລຍະການຕໍ່ສູ້ກູ້ຊາດຂອງບັ້ນຮົບ ໃນປີ 1964-1966 ໂດຍມີນັກວິລະຊົນເຂົ້າຮ່ວມໃນບັ້ນຮົບດັ່ງກ່າວ 144 ຄົນ. ປັດຈຸບັນ, ໄດ້ເປີດເປັນແຫລ່ງທ່ອງທ່ຽວ ທີ່ສໍາຄັນຂອງແຂວງ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ຮ່ອງຮອຍຂຸມຄອງ, ບ່ອນລີ້ໄພ ແລະ ຈຸດຂອງໂບມບີ ທີ່ພວກຈັກກະພັດນໍາມາທໍາລາຍ. ພ້ອມນີ້, ຍັງເປັນຈຸດຊົມວິວ, ທິວທັດທໍາມະຊາດ ຂອງຕົວເມືອງພູກູດ ແຂວງຊຽງຂວາງ ຕື່ມອີກ.

ຂ່າວ-ພາບ: ຂັນໄຊ