ພັກເປັນຜູ້ນໍາພາໂດຍກົງ ຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ

12/03/2025 14:06
Email Print 83
KPL - Asean 2024 ຂປລ. ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະກິດຈາກ ພັກຄອມມູນິດອິນດູຈີນ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຫລັກແຫລ່ງໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິມາກ-ເລນິນ ສົມທົບໃສ່ພາກປະຕິບັດຕົວຈິງ ຂອງການປະຕິວັດລາວ ເປັນພື້ນຖານແຫ່ງຄວາມຄິດ ແລະ ເປັນເຂັມທິດຊີ້ທາງໃຫ້ແກ່ ການກະທຳຂອງພັກ.




ຂປລ. ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ
22 ມີນາ 1955 ໂດຍການສືບທອດພາລະກິດຈາກ ພັກຄອມມູນິດອິນດູຈີນ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຫລັກແຫລ່ງໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິມາກ-ເລນິນ ສົມທົບໃສ່ພາກປະຕິບັດຕົວຈິງ ຂອງການປະຕິວັດລາວ ເປັນພື້ນຖານແຫ່ງຄວາມຄິດ ແລະ ເປັນເຂັມທິດຊີ້ທາງໃຫ້ແກ່ການກະທຳຂອງພັກ. ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ນໍາພາກອງທັບ ແລະ ປະຊາຊົນເຮົາບັນດາເຜົ່າຕໍ່ສູ້ ເພື່ອພາລະກິດປົດປ່ອຍຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ​ແບບ​ໃໝ່ ຢ່າງລະອິດລະອ້ຽວ, ຂ້ຽວຂາດ, ສະຫລາດສ່ອງໃສ ຈົນສາມາດນໍາພາກອງທັບ ແລະ ປະຊາຊົນລາວ ສໍາເລັດການປະຕິວັດຊາດປະຊາທິປະ ໄຕ ແລະ ສະຖາປະນາ ສປປລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.






ສະຫາຍ ພັນເອກ ໂອພາດ ທຳມະທອງ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ​ໄດ້​ມີ​ຄໍາ​ເຫັນເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ
70 ປີ ວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດ ກໍເປັນຜູ້ນໍາພາໂດຍກົງຮອບດ້ານ, ສ້າງຕັ້ງ, ຖະນຸຖະໜອມ ແລະ ສຶກສາອົບຮົມ, ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ, ຈາກກໍາລັງປະກອບອາວຸດທີ່ອ່ອນນ້ອຍໃນເມື່ອກ່ອນ ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝເທື່ອລະກ້າວ ແລະ ເພື່ອເຮັດໃຫ້ແນວທາງ, ແຜນນະໂຍບາຍຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຢູ່ກົມກອງ ເຫລົ່າຮົບຊ່າງແສງ ໄດ້ຈັດຕັ້ງເຊື່ອມຊຶມ ​ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະເປັນປົກກະຕິ ແມ່ນໄດ້ຈັດຕັ້ງປະຕິບັດຕາມ 5 ຫລັກການ 3 ທິດນໍາໃນການກໍ່ສ້າງພັກ ເຮັດໃຫ້ຮາກຖານພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນທາງດ້ານການເມືອງ, ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ປັບປຸງແບບແຜນວິທການນໍາພາຂອງຄະນະພັກ ໃຫ້ຖືກຕ້ອງຕາມຫລັກການນໍາພາຂອງພັກ, ໃນນີ້ການປັບປຸງກໍ່ສ້າງພັກຖືເອົາຄຸນນະພາບເປັນກົກ, ສ້າງພະນັກງານສະມາຊິກພັກ ໃຫ້ເປັນແກນນໍາໃນທຸກການເຄື່ອນໄຫວ ຂະບວນການວຽກງານ, ເອົາຂະບວນການວຽກງານຕົວຈິງ ເປັນບົດທົດສອບການສ້າງພະນັກງານ, ຄົ້ນຄວ້າຮໍ່າຮຽນມະຕິຂອງສູນກາງພັກ, ສຶກສາຮໍ່າຮຽນ ມູນເຊື້ອຂອງຊາດ, ຂອງພັກ, ຊຸກຍູ້ກວດກາຂະບວນການກໍ່ສ້າງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີຄຸນນະພາບ, ສະແດງອອກໃນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ, ຮັບປະກັນວຽກງານກຽມພ້ອມສູ້ຮົບ, ປັບປຸງກໍ່ສ້າງກໍາລັງດ້ານຕ່າງໆ. ໃນນີ້, ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ພະນັກງານນັກຮົບ ພາຍໃນກົມກອງເຫລົ່າຮົບເປັນກົກ ແລະ ຕໍ່ເນື່ອງ, ມີແບບແຜນໃນການປັບປຸງກໍ່ສ້າງກົມກອງເຫລົ່າຮົບ, ປັບປຸງຊີວິດການເປັນຢູ່ ຂອງພະນັກງານນັກຮົບ ປະຕິບັດຕາມທິດນໍາ ກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເສີມຂະຫຍາຍມູນເຊື້ອ ການພົວພັນພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ.



ຂ່າວ: ຄຳອ້າຍ ທອງວັນ

KPL