ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ ການນໍາພາຂອງພັກ ທີ່ມີກຽດສະຫງ່າ

12/03/2025 14:17
Email Print 83
KPL - Asean 2024 ຂປລ. ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່ 3 ແຂວງພາກເໜືອ ປະກອບມີ: ແຂວງໄຊສົມບູນ, ຊຽງຂວາງ ແລະ ​ແຂວງຫົວພັນ ຈັດຂຶ້ນໃນວັນທີ 12 ມີນາ 2025 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ​ເລຂາ​ພັກ​ແຂວງ, ເຈົ້າແຂວງຊຽງຂວາງ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ອະດີດການນໍາພັກແຂວງ, ນັກວິທະຍາສາດ ແລະ ແຂກທີ່ຖືກເຊີນຈາກ 3 ແຂວງ ເຂົ້າຮ່ວມ.



ຂປລ. ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ
70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າຢູ່ 3 ແຂວງພາກເໜືອ ປະກອບມີ: ແຂວງໄຊສົມບູນ, ຊຽງຂວາງ ແລະ ​ແຂວງຫົວພັນ  ຈັດຂຶ້ນໃນວັນທີ 12 ມີນາ 2025 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ​ເລຂາ​ພັກ​ແຂວງ, ເຈົ້າແຂວງຊຽງຂວາງ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ອະດີດການນໍາພັກແຂວງ, ນັກວິທະຍາສາດ ແລະ ແຂກທີ່ຖືກເຊີນຈາກ 3 ແຂວງ ເຂົ້າຮ່ວມ.

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ຮູ້ວ່າ: ການຈັດສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າເປັນໜຶ່ງໃນກິດຈະກຳສໍາຄັນ ເພື່ອສະ ເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງເປັນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ກຽມເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ການສໍາມະນາຄັ້ງນີ້, ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາ, ເປັນໂອກາດທີ່ຈະໄດ້ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫລວງແຫ່ງການນໍາພາຂອງ ພັກປະຊາຊົນປະ ຕິວັດລາວຕະຫລອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາພາລະກິດປະຕິວັດຢູ່ປະເທດເຮົາ.




ການສໍາມະນາຄັ້ງນີ້
, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຫລາຍຫົວຂໍ້ສໍາຄັນຄື: ການກໍາເນີດຂອງພັກປະຊາຊົນປະຕິວັດລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊະນະຂອງການປະຕິວັດ, ພັກປະຊາ ຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດຢ່າງສົມບູນ, ພັກກໍ່ສ້າງ ແລະ ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ ຂອງການປະຕິວັດໃນແຕ່ລະໄລຍະ, ພັກນໍາພາກໍ່ສ້າງລັດຂອງປະຊາຊົນ ໂດຍປະຊາຊົນເພື່ອປະຊາຊົນ, ພັກນໍາພາພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ, ພັກນໍາພາພັດທະນາວັດທະນະທໍາ-ສັງຄົມ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ, ພັກນໍາພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ ຈຸດໝາຍ ສັງຄົມນິຍົມ, ພັກນໍາພາກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ ມີແບບແຜນທັນສະໄໝ ແລະ ພັກນໍາພາເປີດກວ້າງການຮ່ວມມືກັບຕ່າງປະເທດ.





ໂອກາດນີ້
, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ຍົກບາງດ້ານວ່າ: ການສ້າງຕັ້ງພັກປະຊາຊົນລາວ ເປັນເຫດການການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວ, ການກໍາເນີດຊອງພັກປະຊາຊົນລາວ ເປັນການສົມທົບລະຫວ່າງຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ປະທານໂຮ່ຈີ່​ມິ​ງ ນໍາມາເຜີຍແຜ່ເຂົ້າສູ່ອິນດູຈີນ, ເປັນການສືບທອດພາລະກິດທີ່ມີກຽດສະຫງ່າ ຂອງພັກກອມມູນິດອິນດູຈີນ, ຮັບເອົາພາລະກໍາປະຫວັດສາດອັນແສນຫຍູ້ງຍາກ ແຕ່ສະ ຫງ່າລາສີ ແຫ່ງການນໍາພາການຕໍ່ສູ້ຂອງປະຊາຊົນລາວ, ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ແລະ ເປັນບາດລ້ຽວທີ່ສໍາຄັນຍິ່ງ ໃນປະຫວັດສາດຂອງການປະຕິວັດ. ພັກເຮົາໄດ້ຍຶດໝັ້ນ ແລະ ປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢ່າງດ່ຽວເດັດໜຽວແໜ້ນ. ພັກໄດ້ນໍາພາ-ຊີ້ນໍາໂດຍກົງ, ເດັດຂາດ ແລະ ຮອບດ້ານຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ນັກຮົບທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນກໍາລັງທີ່ຈົ່ງຮັກພັກດີ, ບໍລິສຸດສັດຊື່ຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ, ຕັ້ງໜ້າອົບຮົມ, ຫັດແອບສິລະປະຍຸດ, ຍຸດທະວີທີໃຫ້ຊໍານານ, ພັກເຮົາລະດົມໄດ້ກໍາລັງແຮງໝົດທັງຊາດ, ກໍາລັງແຮງຂອງກອງທັບ, ກໍາລັງແຮງຂອງປະຊາຊົນລາວ ໃນທົ່ວປະເທດຢ່າງສຸດຂີດ, ສົມທົບກໍາລັງແຮງແຫ່ງກ້ອນກໍາລັງ ສໍາພັນສູ້ຮົບ ລະຫວ່າງ ປະຊາຊົນສາມຊາດລາວ-ຫວຽດນາມ-ກໍາປູເຈຍ.




ສະຫາຍຮອງນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ພັກຍຶດໝັ້ນແນວທາງການຕ່າງປະເທດ ສັນຕິ ພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າປະຊາຄົມອາຊຽນ
; ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານ ຫລັກການເຄົາລົບ​ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ປັດຈຸບັນ, ສປປ ລາວ ມີສາຍພົວພັນການທູດກັບ 149 ປະເທດ, ມີສໍານັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ 42 ແຫ່ງ, ມີສໍານັກງານຜູ້ຕາງໜ້າຂອງຕ່າງປະເທດປະຈໍາຢູ່ ສປປ ລາວ 33 ແຫ່ງ, ສ້າງຕັ້ງສະມາຄົມ ມິດຕະພາບກັບ 18 ປະເທດ; ພົວພັນກັບພັກການເມືອງຫລາຍກວ່າ 140 ພັກ ແລະ ພົວພັນດ້ານເສດຖະກິດ ກັບຫລາຍກວ່າ 50 ປະເທດ.

ຂ່າວ-ພາບ: ຂັນໄຊ

KPL