ຄຕພ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຂປລ. ເມື່ອບໍ່ດົນມານີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີມອບ-ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມທັງເຜີຍແຜ່ເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາ ທົ່ວປະເທດ ປີ 2024; ສະຫລຸບ ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດ ທະນາ ປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະບໍລິຫານງານພັກ, ຫ້ອງ ການ, ບັນດາກົມ, ພະແນກ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ.
ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາສູງມາຍັງບັນດາໜ່ວຍພັກ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສາມາດສ້າງ ແລະ ຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໄດ້ເຖິງ 6 ໜ່ວຍພັກ ເຊິ່ງເປັນຄັ້ງທີ 2 ທີ່ສາມາດຍາດມາໄດ້ພ້ອມກັນທັງ 6 ໜ່ວຍພັກ, ສາມາດຕີລາໄດ້ 100%. ສິ່ງດັ່ງກ່າວ, ສະແດງໃຫ້ເຫັນເຖິງການນໍາພາ-ຊີ້ນຳ, ຄວາມເປັນເອກະພາບພາຍໃນໜ່ວຍພັກ, ຄວາມບຸກບືນຫ້າວຫັນໃນການເຄື່ອນໄຫວ ເຮັດໜ້າທີ່ການເມືອງ ຂອງສະມາຊິກພັກ-ພະນັກງານຢ່າງຕັ້ງໜ້າ ໂດຍຕິດພັນກັບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງບັນດາກົມ ສຳເລັດຜົນດ້ວຍດີ ເຊິ່ງສະແດງອອກໃນການປະເມີນວຽກງານ ແລະ ການຍ້ອງຍໍ ປະຈຳປີ 2024 ຂອງພະນັກງານ-ລັດຖະກອນ ທີ່ຜ່ານມານີ້.
ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍໄດ້ໃຫ້ທິດຊີ້ນຳບັນດາໜ່ວຍພັກ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງສືບຕໍ່ຮັກສານາມມະຍົດໃຫ້ໄດ້ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ໃນຊຸມປີຕໍ່ໜ້າ ແລະ ຕິດພັນກັບຂະບວນການ ແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນການຟົດຟື້ນ, ຍົກສູງຄວາມເປັນແບບຢ່າງນຳໜ້າ, ເອົາໃຈໃສ່ວຽກງານນຳພາການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານເປັນກົກ, ເອົາໃຈໃສ່ໃນການປະຕິບັດ ຫລັກການລວມສູນປະ ຊາທິປະໄຕ, ພ້ອມກັນປັບປຸງລະບອບແບບແຜນວິທີເຮັດວຽກ ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ ເອົາໃຈໃສ່ການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດວາງອອກ, ຮັບປະກັນໃນການເປັນເສນາທິການ ໃຫ້ຂັ້ນເທິງໃນແຕ່ລະໄລຍະ.
ໃນໂອກາດດຽວກັນ, ບັນດາໜ່ວຍພັກພາຍໃນ ຄຕພ ກໍໄດ້ຂຶ້ນຈັບມືເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2025 ເຊິ່ງບັນດາໜ່ວຍພັກໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນສູ້ຊົນສືບຕໍ່ກໍ່ສ້າງໜ່ວຍພັກຂອງຕົນ ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອສືບຕໍ່ເປັນເຈົ້າການໃນການ ຮັກສານາມມະຍົດ ໜ່ວຍພັກຂອງຕົນ ໃຫ້ໄດ້ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2025 ແລະ ໃນປີຕໍ່ໆໄປ.