ພົນລະເມືອງຈີນ ສະເລ່ຍອາຍຸຍືນ ເກືອບ80ປີ ໃນປີ2024

11/03/2025 23:02
Email Print 83
KPL - Asean 2024 ໃນປີ 2024, ອາຍຸຍືນ ຄາດຫວັງ ສະເລ່ຍ ຂອງພົນລະເມືອງຈີນ ໄດ້ສູງເຖິງ 79 ປີ, ເພີ່ມຂຶ້ນ 0,4 ປີເມື່ອທຽບໃສ່ປີ 2023 ແລະ ບັນລຸ ເປົ້າໝາຍ ໄວກວ່າ ທີ່ກຳນົດໄວ້ ໃນແຜນການ​ພັດທະນາ ​ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກອງປະຊຸມ ຄັ້ງທີ 3 ຂອງສະພາ ປະຊາຊົນ ແຫ່ງຊາດຈີນ ຊຸດທີ 14 ໄດ້ຈັດ ກອງປະຊຸມ ຖະແຫລງຂ່າວ, ທ່ານ ເລີຍໄຫຊາວ ປະທານ ຄະນະກຳມະການ ສຸຂະພາບ ແຫ່ງຊາດຈີນ ໃຫ້ຮູ້ວ່າ:ໃນປີ 2024, ອາຍຸຍືນ ຄາດຫວັງ ສະເລ່ຍ ຂອງພົນລະເມືອງຈີນ ໄດ້ສູງເຖິງ 79 ປີ, ເພີ່ມຂຶ້ນ 0,4 ປີເມື່ອທຽບໃສ່ປີ 2023 ແລະ ບັນລຸ ເປົ້າໝາຍ ໄວກວ່າ ທີ່ກຳນົດໄວ້ ໃນແຜນການ​ພັດທະນາ ​ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14. ອາຍຸຍືນ ຄາດຫວັງ ສະເລ່ຍ ຕໍ່ຄົນໃນປີ 2024 ໄດ້ເພີ່ມຂຶ້ນ 1,7 ປີເມື່ອທຽບໃສ່ປີ 2019, ເພິ່ມຂຶ້ນ 1,7 ປີ ພາຍໃນຮອບ 5 ປີ ສາມາດ ເວົ້າໄດ້ວ່າ ເປັນການປັບປຸງ ຄຸນນະພາບຊີວິດ ທີ່ດີຫລາຍ.ອາຍຸຍືນ ຄາດຫວັງ ສະເລ່ຍຕໍ່ຄົນ ຂອງພົນລະເມືອງ ຢູ່ນະຄອນຫລວງປັກກິ່ງ, ນະຄອນທຽນສິນ, ນະຄອນຊຽງໄຮ້, ແຂວງຊ່ານຕົ່ງ, ແຂວງຈ່ຽງຊູ່, ແຂວງເຈີ້ຈ່ຽງ, ແຂວງກວາງຕຸ້ງ ແລະ ແຂວງໄຫຫລຳຈີນ ໄດ້ສູງກວ່າ 80 ປີແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL