ຍີ່ປຸ່ນ ເປີດປະມູນເຂົ້າ ໃນສາງສຳຮອງແກ້ໄຂບັນຫາຄ່າຄອງຊີບ

12/03/2025 16:02
Email Print 83
KPL - Asean 2024 ລັດຖະບານ ຍີ່ປຸ່ນ ຈັດການປະມູນເຂົ້າສ່ວນໜຶ່ງ ໃນສາງສຳຮອງຂອງປະເທດ ເພື່ອແກ້ໄຂບັນຫາວິກິດເສດຖະກິດໄດ້ໃນລະດັບໜຶ່ງ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງໂຕກຽວປະເທດ ຍີ່ປຸ່ນເມື່ອບໍ່ດົນມານີ້,  ລັດຖະບານ ຍີ່ປຸ່ນ ຈັດການປະມູນເຂົ້າສ່ວນໜຶ່ງ ໃນສາງສຳຮອງຂອງປະເທດ ເພື່ອແກ້ໄຂບັນຫາວິກິດເສດຖະກິດໄດ້ໃນລະດັບໜຶ່ງ.

ກະຊວງ ກະສິກຳ ຍີ່ປຸ່ນເປີດຮັບການສະເໜີລາຄາ ຈາກ ຜູ້ທີ່ສົນໃຈໃນການ ຊື້ເຂົ້າ 150.000 ​ໂຕນ ຈາກສາງສຳຮອງ, ​ໂດຍ ຕັ້ງເປົ້າ ການປະມູນ ໃຫ້ສຳເລັດໃນວັນທີ 12 ມີນານີ້ແລະ ມີແຜນລະບາຍເຂົ້າສຳຮອງອອກຈາກສາງອີກ ປະມານ 60.000 ​ໂຕນ ຖ້າຫາກ ມີຄວາມຈຳເປັນ. ທັງນີ້ ຄະນະ ລັດຖະມົນຕີ ຍີ່ປຸ່ນ ໄດ້ມີມະຕິເຫັນດີເມື່ອເດືອນກຸມພາ ທີ່ຜ່ານມາໃຫ້ກຽມເອົາເຂົ້າອອກຈາກສາງສຳຮອງ ຈຳນວນ 210.000 ​ໂຕນ ຈາກທັງໝົດ ທີ່ມີຢູ່ ປະມານ 1 ລ້ານໂຕນເພື່ອບັນເທົາຄວາມເດືອດຮ້ອນຂອງ ປະຊາຊົນ ຈາກ ວິກິດການຄ່າຄອງຊີບແລະ ສະພາບອາກາດມີຄວາມຮ້ອນຮຸນແຮງເມື່ອຊຸມປີຜ່ານມາ ສົ່ງຜົນກະທົບຢ່າງໜັກຕໍ່ການປູກເຂົ້າແລະເຮັດ​​ໃຫ້ຜົນຜະລິດຫລຸດລົງ.  ການເຄື່ອນໄຫວດັ່ງກ່າວບໍ່ເຄີບເກີດຂຶ້ນມາກ່ອນໃນຍີ່ປຸ່ນ, ຢ່າງໃດກໍ່ຕາມ ລັດຖະບານ ໄດ້ຕັດສິນໃຈປັບປ່ຽນນະໂຍບາຍ ການດຳເນີນການກ່ຽວກັບ ເຂົ້າໃນສາງສຳຮອງ ຈາກເດີມທີ່ສາມາດລະບາຍເຂົ້າອອກມາໄດ້ ສະເພາະ ໃນຍາມເກີດໄພພິບັດທາງທຳມະຊາດ ຫລື ວິກິດການທາງກະສິກໍາ, ​ເກີດວິກິດການທາງເສດຖະກິດເທົ່ານັ້ນ./

KPL