ລາວ ແລະ ສະວິດ ຫາລືດ້ານການເມືອງ ຄັ້ງທີ 4

14/02/2025 18:10
Email Print 83
KPL - Asean 2024 ຂປລ. ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ​​ທາງດ້ານ​ການ​ເມືອງ​ ຄັ້ງ​ທີ 4 ລະ​ຫວ່າງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສະ​ມາພັນທະລັດ ສະວິດ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ​ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ເຮັນຣີສ ສະເລັນເບີກ (Heinrich Schellenberg) ຜູ້ຊ່ວຍຮອງລັດຖະມົນຕີ ຮັບຜິດຊອບຂົງເຂດອາຊີ ແລະ ປາຊີຟິກ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.




ຂປລ. ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ​​ທາງດ້ານ​ການ​ເມືອງ​ ຄັ້ງ​ທີ
4 ລະ​ຫວ່າງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສະ​ມາພັນທະລັດ ສະວິດ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ​ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ເຮັນຣີສ ສະເລັນເບີກ (Heinrich Schellenberg) ຜູ້ຊ່ວຍຮອງລັດຖະມົນຕີ ຮັບຜິດຊອບຂົງເຂດອາຊີ ແລະ ປາຊີຟິກ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.





ໃນໂອກາດນີ້
, ທ່ານ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ມາຍັງ ທ່ານ ເຮັນຣີສ ສະເລັນເບີກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຮັດວຽກ ແລະ ເປັນປະທານຮ່ວມ ໃນກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ​ດ້ານ​ການ​ເມືອງ​ ຄັ້ງ​ທີ 4 ທີ່ນະຄອນຫລວງວຽງຈັນ ໃນຄັ້ງນີ້, ກອງປະຊຸມດັ່ງກ່າວ ແມ່ນກົນໄກປົກກະຕິ ທີ່ຈັດຂຶ້ນໃນທຸກໆສອງປີ ເພື່ອປຶກສາຫາຫລື ທາງດ້ານການເມືອງຂອງສອງກະຊວງການຕ່າງປະເທດ ໂດຍຜັດປ່ຽນກັນເປັນເຈົ້າພາບ. ຈຸດປະສົງ ເພື່ອສຸມໃສ່ການທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປືກສາຫາລື ກ່ຽວກັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ, ຊຶ່ງເປັນໂອກາດດີ ໃນການສືບຕໍ່ຮັດແໜ້ນການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ສະວິດ.





ກອງປະຊຸມຄັ້ງນີ້
, ທັງສອງຝ່າຍ ໄດ້ຕີລາຄາຄືນ ການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມປຶກສາຫາ​ລື​ດ້ານ​ການ​ເມືອງ​ ຄັ້ງ​ທີ 3 ຜ່ານມາ ທີ່ໄດ້ຈັດຂຶ້ນ ໃນເດືອນພຶດສະພາ 2022 ທີ່ນະຄອນຫລວງເບີນ, ປະເທດ ສະວິດ ໂດຍສະເພາະ ໄດ້ທວນຄືນຄວາມຄືບໜ້າຂອງການຮ່ວມມືສອງຝ່າຍ, ການແລກປ່ຽນທັດສະນະ ກ່ຽວກັບການຮ່ວມມື ໃນຫລາຍດ້ານ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ-ສັງຄົມ, ການຮ່ວມມື ເພື່ອການພັດທະນາ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ພ້ອມທັງການວາງແນວທາງຍຸດທະສາດ ການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ໄດ້ຕີ​ລາ​ຄາ​ສູງ​ຕໍ່​​ສາຍ​ພົວ​ພັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອັນ​ດີ ລະ​ຫວ່າງ ສປປ ລາວ ແລະ ສະວິດ ຕະຫລອດໄລຍະ 60 ກວ່າປີຜ່ານມາ ລວມທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.



ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສປປ ລາວ ແລະ ສະ​ວິດ ມີການພົວພັນຮ່ວມມື​ທີ່ດີນຳກັນ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ຊຶ່ງສະ​ແດງ​ອອກ ສອງ​ຝ່າຍໄດ້​ມີ​ການ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ກັນ ​ຢ່າງເປັນ​ປົກ​ກະ​ຕິ ລະຫວ່າງການນໍາຂັ້ນສູງ.

ສຳລັບ ກອງປະຊຸມປຶກສາຫາລືຄັ້ງນີ້ ບໍ່ພຽງແຕ່ເປັນກົນໄກ ການປຶກສາຫາລືຢ່າງເປັນປະຈຳ ແຕ່ຍັງແມ່ນການສ້າງເງື່ອນໄຂຄວາມສະດວກ ແກ່ການຮ່ວມມືພັດທະນາ ໃນຂະແໜງການຕ່າງໆ ກ້າວໄປເຖິງການພົວພັນແລກປ່ຽນ ຂັ້ນສູງໃນອະນາຄົດ, ພ້ອມທັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ທາງດ້ານການເມືອງອັນໜັກແໜ້ນ ຂອງສອງລັດຖະບານ ເພື່ອສືບ​ຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ທີ່ມີມາຍາວນານ ແລະ ການຮ່ວມມືຢ່າງສ້າງສັນ, ຮັບປະກັນຜົນປະໂຫຍດຮ່ວມກັນ ແລະ ຄວາມຜາສຸກຂອງສອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ.





ໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ສະ​ວິດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ ສປປ ລາວ ທັງດ້ານທຶນຮອນ ແລະ ດ້ານວິຊາການ
, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕະ​ຫລອດໄລຍະຜ່ານ​ມາ ລວມທັງການສະໜັບສະໜູນ ສປປ ລາວ ໃຫ້ຫລຸດພົ້ນອອກຈາກ ສະຖານະການເປັນປະເທດ ດ້ອຍພັດທະນາໃນອະນາຄົດ.

 ພາບ: ຂັນໄຊ

KPL