ການຂົນຖ່າຍສິນຄ້າຜ່ານທ່າກຳປັ່ນຈັນເຄເປຣູ ບັນລຸ 292 ລ້ານໂດລາສະຫະລັດ

19/02/2025 12:25
Email Print 83
KPL - Asean 2024 ນັບ​ມາ​ຮອດ ​ປັດ​ຈຸ​ບັນ, ມູນ​ຄ່າ​ ການ​ນຳ​ເຂົ້າ-ສົ່ງ​ອອກ ​ສິນ​ຄ້າ​ ຜ່ານ​ທ່າ ​ຈັນເຄ ບັນລຸ 292 ລ້ານ​ໂດ​ລາ​ແລ້ວ. ນັບ​ແຕ່​ ທ່າ​ກຳ​ປັ່ນ​ ຈັນເຄ ປະເທດ ເປຣູ ​ເປີດ​ບໍ​ລິ​ການ​ໃນ​ເດືອນ​ພະ​ຈິກ​ປີ 2024 ເປັນ​ຕົ້ນ​ມາ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ນັບ​ມາ​ຮອດ ​ປັດ​ຈຸ​ບັນ, ມູນ​ຄ່າ​ ການ​ນຳ​ເຂົ້າ-ສົ່ງ​ອອກ ​ສິນ​ຄ້າ​ ຜ່ານ​ທ່າ ​ຈັນເຄ ບັນລຸ 292 ລ້ານ​ໂດ​ລາ​ແລ້ວ. ນັບ​ແຕ່​ ທ່າ​ກຳ​ປັ່ນ​ ຈັນເຄ ປະເທດ ເປຣູ ​ເປີດ​ບໍ​ລິ​ການ​ໃນ​ເດືອນ​ພະ​ຈິກ​ປີ 2024 ເປັນ​ຕົ້ນ​ມາ. ອົງ​ການ ພາ​ສີ ​ຈັນເຄ​ ທີ່​ສ້າງ​ຕັ້ງ​ຂຶ້ນ​ ໃນ​ຂະ​ນະ​ດຽວ​ກັນ​ ກໍ​ໄດ້​ດຳ​ເນີນ​ງານ​ ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ ເປັນ​ເວ​ລາ 3 ເດືອນ​ແລ້ວ.​ໃນ​ອ່າວ​ຈັນເຄ ທາງ​ທິດ​ເໜືອ ​ຂອງ​ນະ​ຄອນຫລວງ​ລີ​ມາ ປະເທດເປ​ຣູ, ເປັນ​ໂຄງ​ການ ​ສຳ​ຄັນ​ ຂອງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ລະ​ຫວ່າງ ສປ ​ຈີນ ​ກັບ​ເປ​ຣູ, ທັງ​ເປັນ​ທ່າ​ກຳ​ປັ່ນ​ ອັດ​ສະ​ລິ​ຍະ ​ແຫ່ງ​ທຳ​ອິດ ​ຂອງ​ທະ​ວີບ​ອາ​ເມ​ຣິ​ກາ​​ໃຕ້./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL