ທົ່ວໂລກ ຫັນພະລັງງານໄຟຟ້າຖ່ານຫີນໄປສູ່ພະລັງງານສະອາດ

19/02/2025 12:02
Email Print 83
KPL - Asean 2024 ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ປະກາດ ໃຊ້ຂໍ້ຕົກລົງ ປະກາດ ໃຊ້ແຜນ ການປະຕິບັດ ຖະແຫລງການ ທົ່ວໂລກ ກ່ຽວກັບ ການຫັນ ພະລັງງານ ໄຟຟ້າ ຖ່ານຫີນ ໄປສູ່ພະລັງງານສະອາດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ປະກາດ ໃຊ້ຂໍ້ຕົກລົງ ປະກາດ ໃຊ້ແຜນ ການປະຕິບັດ ຖະແຫລງການ ທົ່ວໂລກ ກ່ຽວກັບ ການຫັນ ພະລັງງານ ໄຟຟ້າ ຖ່ານຫີນ ໄປສູ່ພະລັງງານສະອາດ. ແຜນການດັ່ງກ່າວ ໄດ້ວາງເປົ້າໝາຍ ສັງລວມ ນັ້ນແມ່ນເປັນເຈົ້າການ ເຂົ້າຮ່ວມ ທ່າອ່ຽງທົ່ວໂລກ ໃນການປ່ອຍ ກາກບອນ ຕ່ຳລົງ; ລະດົມ ທຸກແຫລ່ງ ກຳລັງ ພາຍໃນ ປະເທດ ແລະ ສາກົນ ໃຫ້ແກ່ ການພັດທະນາ ພະລັງງານໄຟຟ້າ; ຄົ້ນຄວ້າ, ໝູນໃຊ້ ເຕັກໂນໂລຢີ ຈູດເຜົາ ພ້ອມກັບ ເຊື້ອເພີງ ສະອາດ ເພື່ອຫລຸດຜ່ອນ ການປ່ອຍ ອາຍພິດ ຢູ່ໂຮງງານພະລັງງານໄຟຟ້າ ຖ່ານຫີນ. ສ້າງ ແລະ ຜັນຂະຫຍາຍ ບັນດາໜ້າທີ່ ມາດຕະການ ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ ຢ່າງຮອບດ້ານ ແລະ ຫັນປ່ຽນພະລັງງານ ເພື່ອແນໃສ່ ປະຕິບັດ ຄຳໝັ້ນສັນຍາ ບັນລຸ ໄດ້ລະດັບ ປ່ອຍອາຍພິດລົງ ເປັນລະດັບ “0” ໃນປີ 2050. ເປົ້າໝາຍ, ຮອດປີ 2050, ພັດທະນາ ແຫລ່ງໄຟຟ້າ ສະອາດ ຢ່າງຄົບຖ້ວນ, ຮັບປະກັນ ການສະໜອງ ແຫລ່ງໄຟຟ້າ ໃຫ້ແກ່ ລະບົບ ໄຟຟ້າ ແຫ່ງຊາດ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL