ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານສະບັບປັບປຸງ


ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໂດຍສືບຕໍ່ ກອງປະຊຸມ ວິສາມັນ ຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໃນວັນທີ 18 ກຸມພາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ສະພາແຫ່ງຊາດ ຫວຽດນາມ ໄດ້ລົງຄະແນນສຽງ ຮັບຮອງເອົາ ກົດໝາຍ ວ່າດ້ວຍ ການຈັດຕັ້ງ ລັດຖະບານ ສະບັບປັບປຸ) ດ້ວຍຈຳນວນ ສະມາຊິກ ສະພາແຫ່ງຊາດ 463/485 ເຂົ້າຮ່ວມ ການລົງຄະແນນສຽງ ໄດ້ຕົກລົງເຫັນດີ, ກວມເອົາອັດຕາ 96,86%. ກົດໝາຍ ວ່າດ້ວຍ ການຈັດຕັ້ງລັດຖະບານ (ສະບັບປັບປຸງ) ມີຜົນສັກສິດ ນັບແຕ່ວັນທີ 1 ມີນາ 2025. ກ່ອນໜ້ານັ້ນ, ໃນບັນດາວາລະປະຊຸມ ຢູ່ຫໍສະພາແຫ່ງຊາດ ແລະ ປຶກສາຫາລື ຢູ່ທີ່ໜ່ວຍງານ, ໃນຂອບເຂດ ກອງປະຊຸມ ວິສາມັນ ຄັ້ງທີ 9, ບັນດາ ສະມາຊິກ ສະພາແຫ່ງຊາດ ຫວຽດນາມ ໄດ້ເຫັນດີ ຕໍ່ບັນດາເນື້ອໃນ ຮ່າງກົດໝາຍ ວ່າດ້ວຍ ການຈັດຕັ້ງ ລັດຖະບານ ສະບັບປັບປຸງ ໂດຍລັດຖະບານ ຍື່ນສະເໜີຕໍ່ ສະພາແຫ່ງຊາດ. ທ່ານ ຟ້າມວັນຮວ່າ, ສະມາຊິກສະພາແຫ່ງຊາດ ແຂວງ ດົ່ງທາບ, ຢັ້ງຢືນວ່າ:ການປັບປຸງ ກົດໝາຍ ວ່າດ້ວຍ ການຈັດຕັ້ງລັດຖະບານ ໃຫ້ເໝາະສົມກັບ ກົດໝາຍ ວ່າດ້ວຍ ການຈັດຕັ້ງ ອຳນາດການປົກຄອງ ທ້ອງຖິ່ນ ສະບັບປັບປຸງ ແລະ ກົດໝາຍ ວ່າດ້ວຍ ການຈັດຕັ້ງ ສະພາແຫ່ງຊາດ ສະບັບປັບປຸງ, ເຊິ່ງໄດ້ໝູນໃຊ້ຈັດຕັ້ງປະຕິບັດ ການປັບປຸງ ການຈັດຕັ້ງກົງຈັກ ຈາກສະພາແຫ່ງຊາດ, ລັດຖະບານ ຕະຫລອດ ຮອດອຳນາດການປົກຄອງທ້ອງຖິ່ນ ໃຫ້ກະທັດລັດ. ດັ່ງນັ້ນ, ການປັບປຸງ ກົດໝາຍ ໃນຈຸດເວລານີ້ ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ ເພື່ອຮັບປະກັນ ໃຫ້ໄລຍະແຕ່ວັນທີ 1 ມີນາ ເປັນຕົ້ນໄປ, ການເຄື່ອນໄຫວ ຂອງອົງການ ປະຕິບັດ ກົດໝາຍ ສາມາດ ເຄື່ອນໄຫວ ຢ່າງສະດວກ ແລະ ພວມປັບປຸງ ກົງຈັກລັດ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ໃຫ້ກະທັດລັດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ