ປະທານປະເທດ ຫວຽດນາມ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫລາຍຕຳແໜ່ງສຳຄັນ

19/02/2025 12:02
Email Print 83
KPL - Asean 2024 ທ່ານ ເລືອງເກື່ອງ, ປະທານ ປະເທດ ຫວຽດນາມ ໄດ້ເປັນປະທານ ພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງປະທານ ປະເທດ ວ່າດ້ວຍ ການແຕ່ງຕັ້ງ ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ອາຍຸການ 2021–2026.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ 18 ກຸມພານີ້, ໃນທຳນຽບ ປະທານປະເທດ ຫວຽດນາມ ຢູ່ນະຄອນຫລວງ ຮ່າໂນ້ຍ, ທ່ານ ເລືອງເກື່ອງ, ປະທານ ປະເທດ ຫວຽດນາມ ໄດ້ເປັນປະທານ ພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງປະທານ ປະເທດ ວ່າດ້ວຍ ການແຕ່ງຕັ້ງ ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ອາຍຸການ 2021–2026. ໂດຍໄດ້ຮັບ ການມອບສິດ ຈາກປະທານ ປະເທດ, ທ່ານ ນາງ ຟ້າມແທັງຮ່າ, ຮອງຫົວໜ້າ ຫ້ອງວ່າ ການປະທານ ປະເທດ ຫວຽດນາມ ໄດ້ປະກາດ ຂໍ້ຕົກລົງ ຂອງປະທານປະເທດ ວ່າດ້ວຍ ການແຕ່ງຕັ້ງ ຕຳແໜ່ງ ຮອງນາຍົກ ລັດຖະມົນຕີ ສຳລັບ ທ່ານ ມາຍວັນຈິງ ແລະ ທ່ານ ຫງວຽນຈີຢຸງ; ຕຳແໜ່ງ ລັດຖະມົນຕີ ກະຊວງກໍ່ສ້າງ ສຳລັບ ທ່ານ ເຈິ່ນຮົ່ງມິງ; ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສຳລັບ ທ່ານ ຫງວຽນແມ້ງຮຸ່ງ; ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ສຳລັບ ທ່ານ ໂດະດຶກຢຸຍ ແລະ ທ່ານ ດ່າວງອກຢຸງ, ລັດຖະມົນຕີ ກະຊວງບັນດາເຜົ່າ ແລະ ສາສະໜາ. ເມື່ອກ່າວຄຳເຫັນ ຮັບດຳລົງຕຳແໜ່ງ, ທ່ານ ຫງວຽນຈີຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ນີ້ແມ່ນ ຄວາມເປັນກຽດ ອັນສູງສົ່ງ, ພ້ອມທັງ ແມ່ນຄວາມຮັບຜິດຊອບ ທີ່ໜັກໜ່ວງທີ່ສຸດ ໂດຍພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL