ອິນໂດເນເຊຍ ຈັດກອງປະຊຸມດ້ານຄວາມໝັ້ນຄົງການເດີນທະເລ

19/02/2025 12:15
Email Print 83
KPL - Asean 2024 ອິນໂດເນເຊຍ ຈັດກອງປະຊຸມ ກ່ຽວກັບ ດ້ານຄວາມໝັ້ນຄົງ ການເດີນທະເລ ສາກົນ ຄັ້ງທີ 6 (IMSS). ຄະນະຜູ້ແທນ ຫວຽດນາມ ໂດຍ ວາທີພົນເຮືອເອກ ຟ້າມວັນຮຸ່ງ, ຮອງເສນາທິການໃຫຍ່ ເຫລົ່າທັບເຮືອ ປະຊາຊົນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ.ດ້ວຍຫົວຂໍ້ “ຄວາມສະຖຽນລະພາບ ແລະ ສັນຕິພາບ”,

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້ ອິນໂດເນເຊຍ ຈັດກອງປະຊຸມ ກ່ຽວກັບ ດ້ານຄວາມໝັ້ນຄົງ ການເດີນທະເລ ສາກົນ ຄັ້ງທີ 6 (IMSS). ຄະນະຜູ້ແທນ ຫວຽດນາມ ໂດຍ ວາທີພົນເຮືອເອກ ຟ້າມວັນຮຸ່ງ, ຮອງເສນາທິການໃຫຍ່ ເຫລົ່າທັບເຮືອ ປະຊາຊົນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ.ດ້ວຍຫົວຂໍ້ຄວາມສະຖຽນລະພາບ ແລະ ສັນຕິພາບ”, IMSS ຈະປະກອບສ່ວນ ຊ່ວຍສະກັດກັ້ນ ການປະທະກັນ ໃນຂົງເຂດ ການເດີນທະເລ ເວົ້າລວມ. ທີ່ເວທີປາໄສ ສາກົນນີ້ ບັນດາຜູ້ແທນ ກໍ່ປຶກສາຫາລື ບັນດາ ຄຳໝັ້ນສັນຍາ ແລະ ບາດກ້າວລວມ ເພື່ອແກ້ໄຂ ສະພາບ ການຫາປາ ຜິດກົດໝາຍ ແລະ ບັນດາ ການເຄື່ອນໄຫວ ອາດກໍ່ໄພນາບຂູ່ ເຖິງສະພາບແວດລ້ອມ ການເດີນທະເລ ເຊັ່ນ: ມົນລະພິດ ຍ້ອນສິ່ງເສດເຫລືອ ຖືກປ່ອຍ ອອກສູ່ທະເລ. ຜ່ານເວທີປາໄສນີ້ ການຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍ ອາດຈະໄດ້ ກໍ່ສ້າງເພື່ອແກ້ໄຂ ບັນດາບັນຫາ ການເດີນທະເລ. IMSS ກໍ່ແມ່ນໂອກາດ ເພື່ອໃຫ້ການເດີນທະເລ ຂອງແຕ່ລະປະເທດ ເຂົ້າຮ່ວມ ການຮ່ວມສຳພັນ, ສາມັກຄີ ກໍ່ຄື ແບ່ງປັນ ທັດສະນະ ເພື່ອກໍ່ສ້າງ ຄວາມເຂົ້າໃຈເຊິ່ງກັນ ແລະກັນ ກ່ຽວກັບ ບັນດາບັນຫາ ການເດີນທະເລ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL